ໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2
08/03/2015 10:20
(vovworld)- ຕອນຄ່ຳວັນທີ 7/3, ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2 ປີ 2015...

ພິທີໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2 ປີ 2015 (vovworld)- ຕອນຄ່ຳວັນທີ 7/3, ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2 ປີ 2015. ງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2 ປີ 2015 ແມ່ນການເຄື່ອນໄຫວປະຈຳປີ ໂດຍນະຄອນຈັດຕັ້ງຂຶ້ນເພື່ອທະວີຄູນບັນດາການເຄື່ອນໄຫວເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນເປັນປະເພນີ, ຄວາມງາມຂອງເສື້ອຍາວຫວຽດນາມ, ພ້ອມທັງແນະນຳໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ຮູ້ເຖິງຮູບພາບຂອງ ເສື້ອຍາວຫວຽດນາມ ຜ່ານແຕ່ລະຍະປະຫວັດສາດ. ທ່ານນາງ ຫງວຽນທິຮົ່ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ : “ດ້ວຍວັດທະນະທຳທີ່ເປັນມູນເຊື້ອ ມາແຕ່ດົນນານຂອງຊາວຫວຽດນາມ, ມັນໄດ້ສົ່ງຜົນກະທົບຍາວນານເຖິງລະດັບຄວາມຮັບຮູ້, ການດຳລົງຊີວິດຂອງຊາວຫວຽດນາມ. ຜ່ານງານບຸນເສື້ອຍາວນີ້, ບໍ່ພຽງແຕ່ເປັນການເຊີດຊູເສື້ອຍາວອັນເປັນປະເພນີຂອງຊາວຫວຽດນາມເທົ່ານັ້ນ, ຫາກຍັງເປັນການທົບທວນຄືນມູນເຊື້ອພັດທະນາຍາວນານຂອງປະຊາຊົນຫວຽດນາມອີກດ້ວຍ”.
TAG
vov/vovworld/ເສື້ອຍາວ
Related






