ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ”
24/08/2014 09:30
vovworld)- ຕອນເຊົ້າວັນທີ 24/8, ຢູ່ ຫໍວັດທະນະທຳ ຊາວຫນຸ່ມ, ນະຄອນ ໂຮ່ຈິມີນ ໄດ້ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ”.

ງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກ ຮັກສາອະທິປະໄຕທະເລຕາເວັນອອກ photo:tuoitre.vn (vovworld)- ຕອນເຊົ້າວັນທີ 24/8, ຢູ່ ຫໍວັດທະນະທຳ ຊາວຫນຸ່ມ, ນະຄອນ ໂຮ່ຈິມີນ ໄດ້ໄຂງານວາງສະແດງຮູບພາບ“ໄວຫນຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ”. ງານວາງສະແດງດັ່ງກ່າວໂດຍຫນັງສືພິມ ຕວຍແຈ໋(ແປ່ວ່າໄວຫນຸ່ມ” ຈັດຕັ້ງຂຶ້ນ ດ້ວຍຫົວເລື່ອງວ່າ: “ພະຍານຫລັກຖານປະຫວັດສາດອະທິປະໄຕ ຮ່ວາງຊາ - ເຈື່ອງຊາ” ຂອງຫວຽດນາມ, 75 ວັນແຫ່ງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕທະເລຕາເວັນອອກ. ທີ່ງານວາງສະແດງ ມີຮູບພາບເກືອບ 200 ແຜ່ນ, ບົດຫນັງສືພິມ ຫລາຍສະບັບ ແລະ video ຂອງບັນດານັກຂ່າວເມື່ອປະຕິບັດງານຢູ່ ຮ່ວາງຊາ ໃນຊຸມມື້ທີ່ ຈີນຕັ້ງຮ້ານເຈາະນຳ້ມັນຢ່າງຜິດກົດໝາຍຢູ່ເຂດຈຳເພາະເສດຖະກິດ ແລະ ໄຫລ່ທະວີບຂອງຫວຽດນາມ. ໃນຂອບເຂດງານວາງສະແດງ ຍັງມີລາຍການພົບປະແລກປ່ຽນລະຫວ່າງຜູ້ຊົມກັບ ຮ້ອຍເອກ ເລຈູງແທ່ງ, ກັບຕັນ ກຳປັ່ນຕຳຫລວດທະເລ 4033 ແມ່ນຫນຶ່ງໃນບັນດາກຳປັ່ນໄດ້ຂົນສົ່ງບັນດານັກຂ່າວພາຍໃນ ແລະ ສາກົນໄປເຖິງບໍລິເວນທີ່ ຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ຮ້ອຍເອກ ເລຈູງແທ່ງ ໃຫ້ຮູ້ວ່າ:
TAG
vovworld/ອະທິປະໄຕ
Related






