ໄພກໍ່ການຮ້າຍຍັງຄົງແມ່ນໄພນາບຂູ່ຕໍ່ຄວາມສະຫງົບແຫ່ງຊາດຂອງອາເມລິກາ
01/05/2014 10:42
(vovworld)- ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Barak Obama ວັນທີ 30/4 ໄດ້ຢັ້ງຢືນວ່າ ໄພກໍ່ການຮ້າຍ...

ເຫດການກໍ່ການຮ້າຍວັນທີ 11/9 ຢູ່ອາເມລິກາ (vovworld)- ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Barak Obama ວັນທີ 30/4 ໄດ້ຢັ້ງຢືນວ່າ ໄພກໍ່ການຮ້າຍຍັງຄົງແມ່ນໄພນາບຂູ່ອັນໃຫຍ່ຫຼວງຕໍ່ຄວາມສະຫງົບແຫ່ງຊາດຂອງອາເມລິກາ. ບົດລາຍງານປະຈຳປີຂອງກະຊວງການຕ່າງປະເທດອາເມລິກາປະກາດເມື່ອວັນທີ 30/4 ກ່ຽວກັບລັດທິກໍ່ການຮ້າຍປີ 2013 ໃຫ້ຮູ້ການເພີ່ມທະວີກ່ຽວກັບຈຳນວນບັນດາສາຂາຂອງພວກກໍ່ການຮ້າຍສາກົນ ອານກິດາ ແລະ ບັນດາກຸ່ມກໍ່ການຮ້າຍອື່ນໆຢູ່ຕາເວັນອອກກາງ- ອາຟະລິກາເໜືອ ສືບຕໍ່ແມ່ນໄພນາບຂູ່ອັນໃຫຍ່ຫຼວງຕໍ່ຄວາມສະຫງົບແຫ່ງຊາດ ແລະ ຜົນປະໂຫຍດຂອງອາເມລິກາ ແລະ ບັນດາປະເທດພັນທະມິດ. ປີ 2013, ທົ່ວໂລກເກີດການບຸກໂຈມຕີກໍ່ການຮ້າຍກວ່າ 9700 ກໍລະນີ, ເຮັດໃຫ້ 17800 ກວ່າຄົນເສຍຊີວິດ.
TAG
vov/vovworld/ກໍ່ການຮ້າຍ
Related






