Al Qaeda ກ່າວຄຳຮັບຜິດຊອບ ຕໍ່ບັນດາເຫດການວາງລະເບີດຢູ່ອີຣັກ
11/09/2012 09:00
Al Qaeda ກ່າວຄຳຮັບຜິດຊອບຕໍ່ບັນດາເຫດການວາງລະເບີດຢູ່ອີຣັກ

(ພາບ:laodong.com.vn) (vovworld)- ວັນທີ 10/9, ອົງການແນວໂຮມ Al Qaeda ດ້ວຍຊື່ເອື້ນວ່າ ລັດອິດສະລາມອີຣັກ ໄດ້ປະກາດໃນເຄືອຂ່າຍອິນເຕີແນັດ ກ່າວຮັບຜິດຊອບຕໍ່ການບຸກໂຈມຕີອັນນອງເລືອດກ່ວາ 30 ຄັ້ງເຮັດໃຫ້ເກືອບ 90 ຄົນເສຍຊີວິດຢູ່ອີຣັກ ຫວ່າງແລ້ວນີ້. ຄຳປະກາດຂອງອົງການນີ້ໄດ້ເວົ້າວ່າ: ບັນດາການບຸກໂຈມຕີແມ່ນນອນໃນ “ບັ້ນຮົບດັບສູນ ແລະ ທໍລະມານບັນດາຊາວມຸດສະລິມນິກາຍຊັນນີຢູ່ຄຸກ Xsafavid“. ກ່ອນໜ້ານັ້ນ, ໃນບັນດາການວາງລະເບີດ ແລະ ຍິງປືນໃນ 2 ວັນທ້າຍອາທິດຜ່ານມາ ໄດ້ເຮັດໃຫ້ 88 ຄົນເສຍຊີວິດ ແລະ ອີກກ່ວາ 400 ຄົນຖືກບາດເຈັບ ແລະ ເປົ້າໝາຍຕົ້ນຕໍແມ່ນບັນດາພາລະກອນປ້ອງກັນຄວາມສະຫງົບ ແລະ ພະນັກງານແພດໝໍ.
TAG
Al Qaeda ກ່າວຄຳຮັບຜິດຊອບ
Related






