ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ເຂົ້າ - ອອກເມືອງ ແລະ ຢູ່ອາໄສໃຫ້ ຊາວຕ່າງປະເທດ ຢູ່ຫວຽດນາມ
20/02/2014 09:45
(vovworld) –ບັນດາບັນຫາກ່ຽວກັບລະບຽບການອອກວີຊາ, ສິດໂຈະການອອກເມືອງ, ບໍ່ທັນໃຫ້ເຂົ້າເມືອງ, ແຈ້ງການຢູ່ອາໄສຊົ່ວຄາວ, ອາໄສຊົ່ວຄາວຢູ່ເຂດອຸດສາຫະກຳ, ເຂດຜະລິດປຸງແຕ່ງ, ເຂດເສດຖະກິດ...

ພາບປະກອບ (vovworld) – ຕອນເຊົ້າວັນທີ 20/2, ຄະນະຜູ້ແທນສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ ແລະ ຢູ່ອາໄສຂອງຊາວຕ່າງປະເທດຢູ່ຫວຽດນາມ. ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ, ບັນດາຜູ້ແທນຕີລາຄາວ່າ: ໃນວິວັດການເຊື່ອມໂຍງຢ່າງເລີກເຊິ່ງກັບ ໂລກ ແລະ ປັບປຸງລະບົບກົດໝາຍຂອງ ຫວຽດນາມ ໃຫ້ສົມບູນແບບນັ້ນ, ເລື່ອງສ້າງຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຢູ່ອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມເພື່ອຍືນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ປະກາດໃຊ້ນັ້ນແມ່ນຈຳເປັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບເລື່ອງປັບປຸງກົດໝາຍທີ່ມີລັກສະນະເຊື່ອມໂຍງ ຮັບປະກັນລະບຽບການບໍລິຫານຢ່າງງ່າຍດາຍ, ກໍ່ຫຼີກລ້ຽງບໍ່ໃຫ້ມີຊ່ອງຫວ່າງເພື່ອໃຫ້ອາດຊະຍາກຳສວຍໃຊ້ລະເມີດຄວາສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດ. ບັນດາບັນຫາກ່ຽວກັບລະບຽບການອອກວີຊາ, ສິດໂຈະການອອກເມືອງ, ບໍ່ທັນໃຫ້ເຂົ້າເມືອງ, ແຈ້ງການຢູ່ອາໄສຊົ່ວຄາວ, ອາໄສຊົ່ວຄາວຢູ່ເຂດອຸດສາຫະກຳ, ເຂດຜະລິດປຸງແຕ່ງ, ເຂດເສດຖະກິດ, ເຂດເສດຖະກິດດ່ານຊາຍແດນ, ຫົວໜ່ວຍບໍລິຫານເສດຖະກິດພິເສດ ແລະ ເຂດຊາຍແດນ... ກໍ່ໄດ້ຮັບຄຳເຫັນຈາກຜູ້ແທນຫຼາຍທ່ານ.
TAG
vovworld/vov/ການເຂົ້າ/ອອກເມືອງ
Related






