ບໍ່ໄດ້ສວຍໃຊ້ກໍລະນີເຮືອບິນຕົກຢູ່ຢູແກຼນເພື່ອຈຸດປະສົງການເມືອງ
21/07/2014 10:46
(vovworld)- ບໍ່ມີໃຜໄດ້ອະນຸຍາດສວຍໃຊ້ກໍລະນີເຮືອບິນ MH 17 ຂອງບໍລິສັດການບິນ ມາເລເຊຍ ຕົກຢູ່ພາກຕາເວັນອອກ ຢູແກຼນ

ເຮືອບິນ MH 17 ຂອງ ມາເລເຊຍ ຕົກຢູ່ພາກຕາເວັນອອກ ຢູແກຼນ ພາບ:internet (vovworld)- ບໍ່ມີໃຜໄດ້ອະນຸຍາດສວຍໃຊ້ກໍລະນີເຮືອບິນ MH 17 ຂອງບໍລິສັດການບິນ ມາເລເຊຍ ຕົກຢູ່ພາກຕາເວັນອອກ ຢູແກຼນ ເພື່ອບັນລຸຈຸດປະສົງການເມືອງຂອງຕົນ. ຄຳຖະແຫລງດັ່ງກ່າວໂດຍປະທານາທິບໍດີລັດເຊຍ Vladimir Putin ຍົກອອກມາໃນວັນທີ 21/7. ບັນຫານີ້ ທ່ານປະທານາທິບໍດີ Vladimir Putin ກໍ່ໄດ້ເຕື້ອງເຖິງໃນການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ອັງກິດ David Cameron, ນາຍົກລັດຖະມົນຕີ ອົດສະຕາລີ Tony Abbot. ໃນວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ແລະຄູ່ຕຳແຫນ່ງ ຝລັ່ງ ທ່ານ Francoi Hollande ກໍໄດ້ໂອ້ລົມທາງໂທລະສັບ ຢືນຢັນຄວາມສຳຄັນຂອງການເລີ່ມຕົ້ນສືບສວນສອບສວນສາກົນໂດຍໄວ ຂອງອົງການການບິນພົນລະເຮືອນສາກົນ ກ່ຽວກັບກໍລະນີເຮືອບິນຕົກ.
TAG
vovworld/ເຮືອບິນຕົກ
Related






