ບັນດາຜູ້ຊ່ຽວຊານຍີ່ປຸ່ນ -ຈີນຢາກເຈລະຈາຂັ້ນ ລັດຖະບານ
28/10/2013 09:39
ບັນດາຜູ້ຊ່ຽວຊານຍີ່ປຸ່ນ-ຈີນຢາກເຈລະຈາຂັ້ນລັດຖະບານກ່ຽວກັບເຂດໝູ່ເກາະຖືກພິພາດກັນ

(ພາບ: Kyodo/TTXVN )
(vovworld)- ພາຍຫຼັງດຳເນີນການປຶກສາຫາລືກ່ຽວກັບບັນດາບັນຫາຜືນແຜ່ນດິນ, ປະຫວັດສາດ ແລະ ຄວາມສະຫງົບປອດໄພເປັນເວລາ 2 ວັນຢູ່ເວທີປາໄສທີ່ປັກກິງ, ວັນທີ 27/10, ບັນດາຜູ້ຊ່ຽວຊານຍີ່ປຸ່ນ-ຈີນ ໄດ້ອອກຖະແຫຼງການຮ່ວມເນັ້ນໜັກຄວາມຈຳເປັນຕ້ອງເປີດການເຈລະຈາສອງຝ່າຍຂັ້ນລັດຖະບານເພື່ອຜ່ອນຄາຍຄວາມເຄັ່ງຕຶງກ່ຽວຂ້ອງເຖິງການພິພາດເຂດໝູ່ເກາະໃນທະເລຮວາຕຸງ ຊື່ງໂຕກຽວ ເອີ້ນວ່າ ແຊນກາກຶ ສ່ວນປັກກິງ ເອີ້ນວ່າຕຽວອີ້. ຜູ້ຊ່ຽວຊານປະມານ 80 ທ່ານ ຊື່ງລວມມີບັນດາອະດີດເຈົ້າໜ້າທີ່ລັດຖະບານ ແລະ ກອງທັບຂັ້ນສູງ, ນັກທຸລະກິດ, ນັກຮຽນຮູ້ ແລະ ນັກຂ່າວ ກໍ່ຮຽກຮ້ອງໃຫ້ຍີ່ປຸ່ນ ແລະ ຈີນ ຈົ່ງແກ້ໄຂບັນດາການພິພາດດ້ວຍສັນຕິວິທີ ແລະ ຖອດຖອນບົດຮຽນປະຫວັດສາດ ເພື່ອແນໃສ່ພັດທະນາການພົວພັນສອງຝ່າຍ.
TAG
vovworld/vov/ຍີ່ປຸ່ນ -ຈີນ
Related






