VOV WorldVOV World
ບັນດາແຂວງ ຢູ່ ພາກກາງ ຫວຽດນາມ ຕັ້ງຫນ້າ ປ້ອງກັນ ແລະ ຕ້ານພະຍຸ Gaemi
04/10/2012 08:41
ຕອນ​ບ່າຍ​ວັນ​ທີ 3/10, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມສູ​ນກາງ​ໄດ້​ຈັດການ​ປະຊຸມ​ດ່ວນ​ເພື່ອ​ຕີ​ລາຄາ ​ແລະ ຊອກ​ຫາ​ວິທີ​ການ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ Gaemi
ບັນດາແຂວງ ຢູ່ ພາກກາງ ຫວຽດນາມ ຕັ້ງຫນ້າ ປ້ອງກັນ ແລະ ຕ້ານພະຍຸ Gaemi
  ພາບປະກອບ: internet (vovworld) - ຕໍ່ຫນ້າ​ການ​ຜັນ​ແປຢ່າງ​ສັບສົນ​ຂອງ​ພະຍຸ Gaemi, ຕອນ​ບ່າຍ​ວັນ​ທີ 3/10, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມສູ​ນກາງ​ໄດ້​ຈັດການ​ປະຊຸມ​ດ່ວນ​ເພື່ອ​ຕີ​ລາຄາ ​ແລະ ຊອກ​ຫາ​ວິທີ​ການ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ Gaemi. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ສະ​ເຫ​ນີ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຈົ່ງ​ສຸ​ມ​ໃສ່​ຊີ້​ນຳ​ການ​ກະກຽມ​ເພື່ອ​ຮັບ​ມື​ກັບ​ພະຍຸ Gaemi ຢ່າງ​ເຂັ້ມ​ງວດ, ຮຽກຮ້ອງ, ​ແນະນຳ​​​ໃຫ້ເຮືອ, ກຳ​ປັ່ນ​ອອກ​ຈາກ​ເຂດ​ອັນ​ຕະລາຍ. ບັນດາ​ແຂວງ, ນະຄອນ ຕ້ອງ​ເດັດ​ດ່ຽວ​ຊີ້​ນຳ​ການຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ເຮືອກຳ​ປັ່ນ ຫລີກ​ລ້ຽງ​ພະຍຸ​ດັ່ງກ່າວ, ຍົກ​ຍ້າຍ​ປະຊາຊົນ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ. ຄາດ​ວ່າ ຕອນ​ບ່າຍ 6/10, ພະຍຸ Gaemi ຈະ​ພັດ​ເຂົ້າ​ພາກ​ກາງ ຫວຽດນາມ. ມາ​ຮອດ​ປະຈຸ​ບັນ ບັນດາ​ແຂວງ, ນະຄອນ ຢູ່ ພາກ​ກາງ ຫວຽດນາມ ​ໄດ້​​ແຈ້ງ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ຜັນ​ແປ​ຂອງ​ພະຍຸ​ ​ແລະ ບໍລິ​ເວນ​ຖືກ​ຜົນ​ສະທ້ອນ​​ໃຫ້​ແກ່​ເຮືອກຳ​ປັ່ນ ກວ່າ 28.000 ລຳຮັບ​ຊາບ. ​ແຂວງ Binh Dinh ພວມ​ກະກຽມການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ. ທ່ານ Phan Trong Ho ຫົວຫນ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແຂວງ Binh Dinh ​ໃຫ້​ຮູ້​ວ່າ:        
TAG
ພະຍຸ