ບັນດາການເຄື່ອນໄຫວຕົວຈິງສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3
07/03/2014 07:37
ເນື່ອງໃນໂອກາດວັນແມ່ຍິງສາກົນ, ວັນທີ 6/3, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີມອບລາງວັນໃຫ້ແກ່ພະນັກງານຍິງ 8 ຄົນ...

ພາບປະກອບ (vovworrld) - ເນື່ອງໃນໂອກາດວັນແມ່ຍິງສາກົນ, ວັນທີ 6/3, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີມອບລາງວັນໃຫ້ແກ່ພະນັກງານຍິງ 8 ຄົນ, ຜູ້ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດ. ວັນທີ 6/3, ສະຫະພັນແມ່ຍິງນະຄອນ ດາໜັງ ໄດ້ຈັດຕັ້ງພິທີມອບລາງວັນໃຫ້ແກ່ສະມາຄົມແມ່ຍິງ 10 ແຫ່ງທີ່ດີເດັ່ນປີ 2013 ແລະ ປຸກລະດົມຂະບວນການແຂ່ງຂັນປີ 2014. ໃນວັນດຽວກັນ, ຄະນະກຳມະການປະຊາຊົນນະຄອນ ຫານຟ່ອງ ມອບລາງວັນ ເລເຈີນ ໃຫ້ແກ່ແມ່ຍິງທີ່ດີເດັ່ນ ແລະ ໄດ້ຮັບນາມມະຍົດແມ່ຍິງ, ພະນັກງານສະມາຄົມແມ່ຍິງຂັ້ນພື້ນຖານທີ່ດີເດັ່ນປີ 2013 ລວມມີ 7 ຄົນ. ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດນັກຂ່າວວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານນາງ ບຸຍທິຮວ່າ, ຮອງປະທານສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:
TAG
vovworrld/vov/ມອບລາງວັນ/ວັນແມ່ຍິງສາກົນ
Related






