VOV WorldVOV World
ບັນດາທ້ອງຖິ່ນພາກກາງ ຫວຽດນາມ ຕັ້ງຫນ້າປ້ອງກັນ ແລະ ຕ້ານພະຍຸ Gaemi
06/10/2012 09:55
ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ​ຢູ່​ບໍ​ລິ​ເວນ​ພະຍຸ​ອາດ​ຈະ​ພັດ​ເຂົ້າ​ພວມ​ຮີບ​ເຮັ່ງ​ຍົກຍ້າຍ​ປະຊາຊົນ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ ​ແລະ ກຽ​ມພ້ອມ​ຮັບ​ມື​ກັບ​ພະຍຸ
ບັນດາທ້ອງຖິ່ນພາກກາງ ຫວຽດນາມ ຕັ້ງຫນ້າປ້ອງກັນ ແລະ ຕ້ານພະຍຸ Gaemi
(vovworld) - ຕໍ່ຫນ້າ​ການ​ຜັນ​ແປຢ່າງ​ສັບສົນ​ຂອງ​ພະຍຸ Gaemi, ນັບ​ແຕ່ຕອນ​ຄຳ່ວັນ​ທີ 5 ຮອດ​ວັນ​ທີ 6/10, ຢູ່​ບໍລິ​ເວນ​ບັນດາ​ແຂວງ​ພາກ​ກາງ ​ໄດ້​ເກີດ​ຝົນຕົ​ກຫນັກ​​ແລະ ລົມແຮງ. ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ​ຢູ່​ບໍ​ລິ​ເວນ​ພະຍຸ​ອາດ​ຈະ​ພັດ​ເຂົ້າ​ພວມ​ຮີບ​ເຮັ່ງ​ຍົກຍ້າຍ​ປະຊາຊົນ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ ​ແລະ ກຽ​ມພ້ອມ​ຮັບ​ມື​ກັບ​ພະຍຸ. ການ​ນຳ​ແຂວງ Quang Ngai, Binh Dinh, Phu Yen ພວມ​ໄປ​ກວດກາ ​ແລະ ຊີ້​ນຳ​ໂດຍ​ກົງ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ. ທ່ານ Dang Phong ປະທານ​ຄະນະ​ກຳມະການ​ປະຊາຊົນ ຢູ່​ທາງ​ທິດ​ເຫນືອ​ເມືອງ​ Tra My ​ ​ໃຫ້​ຮູ້​ວ່າ: ທ້ອງ​ຖິ່ນ​ກຽມພ້ອມ​ເພື່ອ​ຮັບ​ມື​ກັບພະຍຸ​.        
TAG
ພະຍຸ