ບັນດາຖ້ຽວລົດບັນທຸກກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ
15/02/2015 09:39
vovworld)- ວັນທີ 15/2 ກົງກັບວັນທີ 27 ຂອງບຸນເຕັດ, ລົດບັນທຸກບັນດາຖ້ຽວທຳອິດໄດ້ເລີ່ມບັນທຸກກຳມະກອນຈາກບັນດາເຂດອຸດສາຫະກຳ...

ລົດບັນທຸກກຳມະກອນຈາກບັນດາ ເຂດອຸດສາຫະກຳ, ເຂດຜະລິດສົ່ງອອກຂອງຮ່າໂນ້ຍກັບເມືອບ້ານຕ້ອນຮັບບຸນເຕັດ (vovworld)- ວັນທີ 15/2 ກົງກັບວັນທີ 27 ຂອງບຸນເຕັດ, ລົດບັນທຸກບັນດາຖ້ຽວທຳອິດໄດ້ເລີ່ມບັນທຸກກຳມະກອນຈາກບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກຂອງຮ່າໂນ້ຍກັບເມືອບ້ານຕ້ອນຮັບບຸນເຕັດ. ອ້າຍ ຈິ້ງວັນເຮີນ ກຳມະກອນສັງກັດບໍລິສັດ Yama Motor ເຂດອຸດສາຫະກຳທັງລອງ ໃຫ້ຮູ້ວ່າ : “ ຮອດຍາມບຸນເຕັດ, ໄປລົດເມແມ່ນຍາກຫຼາຍ, ດັ່ງນັ້ນ 2-3 ມໍ່ໆມານີ້, ທາງບໍລິສັດລ້ວນແຕ່ດຳເນີນການສົ່ງກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ ແລະ ໃນເວລາຫຼັງບຸນເຕັດ ກໍຮັບກຳມະກອນມາເຮັດວຽກຄືເກົ່າ. ປີນີ້ທັງຄອບຄົວຂ້າພະເຈົ້າໄດ້ຂີ່ລົດຂອງບໍລິສັດກັບເມືອບ້ານຕ້ອນຮັບບຸນເຕັດ” ສ່ວນທ່ານ ຫງວຽນດັກຈວຽນ ປະທານກຳມະບານບໍລິສັດ Nissli Electric ຮ່າໂນ້ຍຈຳກັດ ໃຫ້ຮູ້ວ່າ : “ ສຳລັບວິສາຫະກິດພວກຂ້າພະເຈົ້າ, ເຄີ່ງໜຶ່ງຂອງຈຳນວນກຳມະກອນຂອງບໍລິສັດແມ່ນມາຈາກບັນດາແຂວງພາກກາງຄື ແທງຮ້ວາ, ເງະອ່ານ, ຮ່າຕິ້ງ, ນອກນັ້ນ ກໍຍັງມີຫຼາຍຄົນມາຈກແຂວງ ລ້າງເຊີນ, ກາວບັງ… ປີນີ້, ມີຄົນງານກວ່າ 400 ຄົນກັບເມືອບ້ານຕ້ອນຮັບບຸນເຕັດ, ສ່ວນທີ່ຍັງເຫຼືອ, ທາງບໍລິສັດໜູນຊ່ວຍເງິນ 2 ແສນດົງຕໍ່ຄົນ ”
TAG
vov/vovworld/ບຸນເຕັດ
Related






