ຮັບຮອງລົດຕັງ 390 ແມ່ນວັດຖຸທີ່ປະເສີດຂອງຊາດ
09/11/2012 11:24
ຮັບຮອງລົດຕັງ 390 ແມ່ນວັດຖຸທີ່ປະເສີດຂອງຊາດ

(vovworld) - ຕອນເຊົ້າວັນທີ 9/11, ຫໍພິພິດທະພັນກຳລັງລົດຕັງລົດຫຸ້ມເກາະຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີທີ່ຮັບຮອງລົດ ຕັງ 390 ແມ່ນວັດຖຸປະເສີດຂອງຊາດ. ໃນການລຸກຮຶ້ຂຶ້ນຂະໜາດໃຫຍ່ເມື່ອລະດູບານໃໝ່ປີ 1975, ລົດຕັງທີ່ມີໝາຍເລກ 390 ສັງກັດກອງພົນນ້ອຍລົດຕັງ 203 ໄດ້ຕຳ່ປະຕູໂຂງຂອງທຳນຽບເອກະລາດໃຫ້ພັງທະລາຍໃນເວລາ 10 ໂມງ 45 ນາທີ ຂອງວັນທີ 30/4/1975, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ກ່ອນໜ້ານັ້ນ, ລົດຕັງນີ້ໄດ້ເຂົ້າຮ່ວມການສູ້ຮົບອັນດຸເດືອດ ແລະ ສ້າງວິລະກຳມາໄດ້ຫຼາຍຄັ້ງ. ກ່າວຄວາມເຫັນທີ່ພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນ ຕີ, ພົນຕີ Nguyen Trong Nghia, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັງປະຊາຊົນຫວຽດນາມ ຢືນຢັນວ່າ:
TAG
ຫໍພິພິດທະພັນ
ລົດຕັງ
Related






