ຮັບປະກັນນ້ຳສະອາດແລະອະນາໄມສິ່ງແວດລ້ອມແມ່ນເບິ່ງແຍງດູແລສຸຂະພາບຂອງປະຊາຊົນ
02/06/2015 11:31
ການຮັບປະກັນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ, ພິເສດແມ່ນຢູ່ເຂດຊົນນະບົດ

(vovworld) – ຕອນເຊົ້າວັນທີ 2/6, ຢູ່ມະຫາວິທະຍາໄລວິທະຍາສາດ ເຫ້ວ - ນະຄອນ ເຫ້ວ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັນຈັດຕັ້ງງານໂຮມຊຸມນຸມຕອບສະໜອງວັນສິ່ງແວດລ້ອມໂລກ, ສັບປະດານ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ ແລະ ຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດນ້ຳສະອາດ, ອະນາໄມສິ່ງແວດລ້ອມໃນໂຮງຮຽນປີ 2015. ທີ່ພິທີປຸກລະດົມ, ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງສືກສາ ແລະ ບຳລຸງສ້າງ ຫງວຽນທິເຫງ້ຍ ເນັ້ນໜັກວ່າ: ການຮັບປະກັນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ, ພິເສດແມ່ນຢູ່ເຂດຊົນນະບົດ, ປັບປຸງເງື່ອນໄຂດຳລົງຊີວິດ ແລະ ສົ່ງເສີມສຸຂະພາບຂອງ ປະຊາຊົນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ພິເສດຈາກພັກ, ລັດ. ສຳລັບຂະແໜງສຶກສາແລ້ວ, ນີ້ແມ່ນການເຄື່ອນໄຫວສຳຄັນ, ປະກອບສ່ວນເພີ່ມທະວີການໂຄສະນາ, ເຜີຍແຜ່ ແລະ ຍົກສູງປະສິດທິຜົນການຜັນຂະຫຍາຍປະຕິບັດໂຄງການຈຸດໝາຍແຫ່ງຊາດ, ພິເສດແມ່ນວຽກງານສື່ສານກ່ຽວກັບການນຳໃຊ້, ຮັບປະກັນກິດຈະກຳນ້ຳສະອາດ, ອະນາໄມໃນບັນດາໂຮງຮຽນເພື່ອແນໃສ່ຍົກສູງສະຕິຄວາມຮູ້, ປ່ຽນແປງການກະທຳຂອງພະນັກງານ, ພາລາກອນ, ຄູອາຈານ, ນັກຮຽນ ແລະ ວົງຄະນະຍາດ.
TAG
vovworld/vov/ປຸກລະດົມ
Related






