VOV WorldVOV World
ບຸນເຕັດວົງຄະນາຍາດປີ2015ຢູ່ປານາມາ,ຍີ່ປຸ່ນ,ອີຢີບ
15/02/2015 09:07
(vovworld)-​ບຸນ​ເຕັດ​ວົງ​ຄະ​ນາ​ຍາ​ດ ອວຍ​ພອນ​ປີ​ໃຫມ​່​ປີ​ມະ​ແມ 2015 ຢູ່ ຍີ່​ປຸ່ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ​ດາວ​ຊວນ​ຮືງ
ບຸນເຕັດວົງຄະນາຍາດປີ2015ຢູ່ປານາມາ,ຍີ່ປຸ່ນ,ອີຢີບ
ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ພົບ​ປະ​ສັງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ມະ​ແມ ພາບ​:internet (vovworld)-​ບຸນ​ເຕັດ​ວົງ​ຄະ​ນາ​ຍາ​ດ ອວຍ​ພອນ​ປີ​ໃຫມ​່​ປີ​ມະ​ແມ 2015 ຢູ່ ຍີ່​ປຸ່ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ​ດາວ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ປະ​ຈຳ​ຍີ່​ປຸ່ນ ພ້ອມ​ດ້ວຍ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ແລະ ກວ່າ 300 ຄົນ​ທີ່​ຕາ​ງ​ຫນ້າ​ໃຫ້​ບັນ​ດາ​ອົງ​ການ, ນັກ​ສຶກ​ສາ ແລະ ຄົນ​ງານ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດາວ​ຊວນ​ຮືງ ຕີ​ລາ​ຄາ​ສູງ ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຍີ່​ປຸ່ນ ໄດ້​ປະ​ກອບ​ສ່ວນ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ກໍ​ຄື​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ.         ຢູ່ ນະ​ຄອນ​ຫລວງ Cairo, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​​ ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່, ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ດາວ​ແທ່ງ​ຈູງ ໄດ້​ແຈ້ງ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ກ່ຽວ​ກັບ​ສະ​ພາບ​ການ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ, ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢີບ ໃນ​ປີ​ຜ່ານ​ມາ ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີຢ​ີບ ໃນ​ວຽກ​ງານ​ຂອງ​ສະ​ຖານ​ທູດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ດາງ​ແທ່ງ​ຈູງ ເນັ້ນ​ຫນັກ​ວ່າ:         
TAG
vovworld/ສະ​ມາ​ຄົມ