ຈຳໜ່າຍພັນທະບັດລັດຖະບາຍລວມມູນຄ່າ 170.000 ຕື້ດົ່ງແຕ່ຕ້ອງເລືອກເຟັ້ນໂຄງການລົງທຶນຢ່າງລະອຽດ
25/10/2013 10:58
(vovworld) – ຈຳໜ່າຍພັນທະບັດລັດຖະບາຍລວມມູນຄ່າ 170.000 ຕື້ດົ່ງແຕ່ຕ້ອງເລືອກເຟັ້ນໂຄງການລົງທຶນຢ່າງລະອຽດ

ພາບປະກອບ (vovworld) – ຈຳໜ່າຍພັນທະບັດລັດຖະບານລວມມູນຄ່າ 170.000 ຕື້ດົ່ງແຕ່ຕ້ອງເລືອກເຟັ້ນໂຄງການລົງທຶນຢ່າງລະອຽດ, ນັ້ນແມ່ນຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ວາລະປຶກສາຫາລືຢູ່ໜ່ວຍໃນຕອນເຊົ້າວັນທີ 25/10 ເມື່ອພິຈາລະນາວິທີຈຳໜ່າຍພັນທະບັດລັດຖະບານລວມມູນຄ່າ 170.000 ຕື້ດົ່ງໄລຍະ 2014 – 2016. ຕາມ ສສຊ ຫຼາຍທ່ານແລ້ວ, ວຽກງານນີ້ເພື່ອແນໃສ່ເພີ່ມເຕີມແຫຼ່ງກຳລັງໃຫ້ແກ່ການລົງທຶນພັດທະນາພື້ນຖານເສດຖະກິດ, ກໍ່ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງ ແລະ ສືບຕໍປະຕິບັດບັນດາໂຄງການພວມລົງທຶນກໍ່ສ້າງ. ເມື່ອຕີລາຄາກ່ຽວກັບ 3 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດໄລຍະ 2011 – 2015, ບັນດາ ສສຊ ຖືວ່າ ໂຄງການບັນລຸໄດ້ບັນດາໝາກຜົນເປັນໜ້າຊືນຊົມໃນການຮັບປະກັນຊີວິດສັງຄົມ, ພັດທະນາ, ກໍ່ສ້າງຊົນນະບົດໃໝ່. ເຖິງຢ່າງໃດກໍ່ຕາມ, ໃນ 2 ປີຈະມາເຖິງ, ຄວນສ້າງໂຄງປະກອບບັນດາໂຄງການຄືນໃໝ່ ແລະ ມີກົນໄກຕິດຕາມກວດກາເພື່ອໂຄງການບັນລຸໝາກຜົນສູງກ່ວາ. ທ່ານ ເຈີ່ນກວກຕ໋ວນ, ສສຊ ແຂວງ ຈ່າວີງ, ສະເໜີວ່າ:
TAG
vovworld/vov/ຈຳໜ່າຍພັນທະບັດລັດຖະບາຍ
Related






