ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວຢູ່ໄຕ້ຫວັນ(ຈີນ)ສື່ບຕໍ່ເພີ່ມຂຶ້ນ
07/02/2016 08:26
(vovworld)- ຈຳນວນຜູ້ຖືກເສຍຊີວິດຈາກແຜ່ນດິນໄຫວຢູ່ພາກໃຕ້ຂອງໄຕ້ຫວັນ ປະເທດຈີນ ແມ່ນຂຶ້ນເຖິງ 18 ຄົນ

ເຫດແຜ່ນດິນໄຫວຢູ່ໄຕ້ຫວັນ ພາບ:newszing (vovworld)- ຈຳນວນຜູ້ຖືກເສຍຊີວິດຈາກແຜ່ນດິນໄຫວຢູ່ພາກໃຕ້ຂອງໄຕ້ຫວັນ ປະເທດຈີນ ແມ່ນຂຶ້ນເຖິງ 18 ຄົນ ແລະ ອີກຮ້ອຍໆຄົນຖືກບາດເຈັບ. ວັນທີ 7/2 ສູນຊີ້ນຳການກູ້ໄພກູ້ຊີບທ້ອງຖິ່ນໃຫ້ຮູ້ວ່າ ມີ 356 ຄົນໄດ້ຮັບການກູ້ເອົາຊີວິດ ຢູ່ໄຕ້ນານ, ໃນຂະນະນັ້ນ ຍັງມີຢ່າງຫນ້ອຍສຸດ 132 ຄົນພວມຫາຍສາບສູນ. ຕາມບົດລາຍງານກ່ອນນັ້ນ ມີກວ່າ 460 ຄົນຖືກບາດເຈັບ. ຕາມສູນເຄືອຂ່າຍຕິດຕາມແຜ່ນດິນໄຫວຈີນແລ້ວ, ເຫດແຜ່ນດິນໄຫວດັ່ງກ່າວເກີດຂຶ້ນໃນເວລາ 3 ໂມງ 57 ນາທີ ຕາມເວລາທ້ອງຖິ່ນ ດ້ວຍຄວາມເລິກ 15 ກິໂລແມັດ.
TAG
vovworld/ແຜ່ນດິນໄຫວ
Related






