ຈັດພິທີລະນຶກປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ໄທ
21/07/2012 13:38
ສະຖານທູດ ຫວຽດນາມ ຢູ່ ນະຄອນຫລວງ ບາງກອກປະເທດໄທ ໄດ້ຈັດຕັ້ງການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາ ກັບສະຖານທູດ ລາວ

ພະນັກງານ ສະຖານທູດ ຫວຽດນາມ ແລະ ລາວ ພາບ:TTXVN (vovword) - ວັນທີ 20/7, ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ສະຖານທູດ ຫວຽດນາມ ຢູ່ ນະຄອນຫລວງ ບາງກອກປະເທດໄທ ໄດ້ຈັດຕັ້ງການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາ ກັບສະຖານທູດ ລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມັກຄີ ມິດຕະພາບລະຫວ່າງສອງຝ່າຍໃນປີສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ. ທ່ານ ຫລີ ບຸນຄ້ຳ ເອກອັກຄະລັດຖະທູດ ລາວ ຖືວ່າ: ການພົວພັນລະຫວ່າງ ລາວ ແລະ ຫວຽດນາມ ແມ່ນສາຍພົວພັນແບບພິເສດ ແລະ ສະຖານທູດສອງປະເທດ ປະຈຳບາງກອກ ຍາມໃດກໍສະຫງວນໃຫ້ອາລົມຈິດພິເສດໃຫ້ກັນ. ບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແມ່ນສ່ວນຫນຶ່ງໃນການເຄື່ອນໄຫວຕ່າງໆປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງສອງປະເທດ.
TAG
ມິດຕະພາບ
Related






