ຈີນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍ
25/07/2012 08:50
ວັນທີ 24/7 ທ່ານປະທານປະເທດຈີນ ຮູ່ຈີນເທົ່າ ໄດ້ຢືນຢັນວ່າ: ຈີນພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ເພື່ອຮັບປະກັນການພົວພັນລະຫວ່າງສອງປະເທດມະຫາອຳນາດຂອງໂລກໃຫ້ນັບມື້ນັບເປັນປົກກະຕິ ແລະ ພັດທະນາ

ທ່ານ Thomas Donilon ທີ່ປຶກສາ ດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ພາບ:internet (vovworld) - ວັນທີ 24/7 ທ່ານປະທານປະເທດຈີນ ຮູ່ຈີນເທົ່າ ໄດ້ຢືນຢັນວ່າ: ຈີນພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ເພື່ອຮັບປະກັນການພົວພັນລະຫວ່າງສອງປະເທດມະຫາອຳນາດຂອງໂລກໃຫ້ນັບມື້ນັບເປັນປົກກະຕິ ແລະ ພັດທະນາ. ໃນການຕ້ອນຮັບທ່ານ Thomas Donilon ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ພວມຢ້ຽມຢາມ ປັກກີ່ງ, ທ່ານປະທານ ຮູ່ຈີນເທົ່າ ໄດ້ເນັ້ນຫນັກວ່າ ສອງຝ່າຍຄວນຊຸກຍູ້ຄວາມເຫັນດີເຫັນພ້ອມທີ່ບັນລຸໄດ້ຜ່ານການປັບປຸງກົນໄກໂອ້ລົມສົນທະນາ, ຮັກສາການພົວພັນຕິດຕໍ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງການຮ່ວມມື. ການນຳ ປັກກີງ ກໍຖືວ່າ: ສອງປະເທດຄວນເຄົາລົບ, ເອົາໃຈໃສ່ເຖິງບັນດາຜົນປະໂຫຍດ ແລະ ສາຍພົວພັນຂອງແຕ່ລະຝ່າຍ ພ້ອມກັນນັ້ນ ກໍຊອກຫາວິທີແກ້ໄຂບັນດາບັນຫາຄົງຄ້າງໃນການພົວພັນສອງຝ່າຍຢ່າງລອບຄອບຖີ່ຖ້ວນ ແລະ ເໝາະສົມ. ສ່ວນທ່ານ Donilon ໄດ້ຢືນຢັນວ່າ: ວໍຊິງຕັນ ພ້ອມແລ້ວ ທີ່ຈະຮ່ວມມືກັບ ປັກກີງ ເພື່ອຍູ້ແຮງການຮ່ວມມືກັບຈີນ ໃນທຸກຂົງເຂດສອງຝ່າຍກໍຄືໃນບັນຫາພາກພື້ນ ແລະ ສາກົນ.
TAG
ປ້ອງກັນຄວາມສະຫງົບ
Related






