ຈີນ ແລະ ສປປ ເກົາຫລີ ປັບປຸງການພົວພັນ ມິດຕະພາບ
03/08/2012 10:35
ຕອນຄຳ່ວັນທີ 02/8 ຢູ່ນະຄອນຫລວງ Pyongyang, ການນຳ ສປປ ເກົາຫລີ Kim Jong Un ໄດ້ໃຫ້ການຕ້ອນຮັບ ທ່ານ ຫວາງເຈຍຣຸຍ ຫົວຫນ້າຄະນະພົວພັນຕິດຕໍ່ການຕ່າງປະເທດສູນກາງພັກກອມມູນິດຈີນ

ຄະນະພົວພັນຕິດຕໍ່ການຕ່າງປະເທດສູນກາງພັກກອມມູນິດຈີນ ຢ້ຽມຢາມ ສປປ ເກົາຫລີ ພາບ: internet (vovworld) - ຕອນຄຳ່ວັນທີ 02/8 ຢູ່ນະຄອນຫລວງ Pyongyang, ການນຳ ສປປ ເກົາຫລີ Kim Jong Un ໄດ້ໃຫ້ການຕ້ອນຮັບ ທ່ານ ຫວາງເຈຍຣຸຍ ຫົວຫນ້າຄະນະພົວພັນຕິດຕໍ່ການຕ່າງປະເທດສູນກາງພັກກອມມູນິດຈີນ ພວມຢູ່ຢ້ຽມຢາມ ສປປ ເກົາຫລີ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ປຶກສາຫາລືເລື່ອງຮັດແຫນ້ນສາຍພົວພັນລະຫວ່າງສອງປະເທດ. ທ່ານ Kim Jong Un ຊີ້ແຈງວ່າ: ສປປ ເກົາຫລີ ຈະເພີ່ມທະວີການຮ່ວມມືກັບຈີນ ເພື່ອນຳສາຍພົວພັນມິດຕະພາບລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່. ສ່ວນທ່ານ ຫວາງເຈຍຣູຍ ໃຫ້ຮູ້ວ່າ: ພັກກອມມູນິດຈີນ ແລະ ລັດຖະບານຈີນ ຍາມໃດກໍຖືການພົວພັນລະຫວ່າງ ຈີນ ແລະ ສປປ ເກົາຫລີ ແມ່ນສາຍພົວພັນຍຸດທະສາດ, ຍາມໃດກໍປັບປຸງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ. ຈີນ ພ້ອມແລ້ວພ້ອມກັບ ສປປ ເກົາຫລີ ຮັກສາການພົວພັນຂັ້ນສູງ, ເພີ່ມທະວີການແລກປ່ຽນລະຫວ່າງສອງພັກ ແລະ ການຮ່ວມມືສອງປະເທດ.
TAG
ພົວພັນ
Related






