ຈີນພວມທຳລາຍອິດທິພົນຊື່ສຽງສາກົນຂອງຕົນເອງຍ້ອນການກະທຳຜິດຢູ່ທະເລ
26/06/2014 10:07
(vovworld) –ບັນດາການກະທຳມີລັກສະນະບີບບັງຄັບຂອງ ຈີນ ຢູ່ເຂດທະເລຕ່າງໆ ບໍ່ພຽງແຕ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມທະວີຂຶ້ນເທົ່ານັ້ນ ຫາກຍັງທຳລາຍອິດທິພົນຊື່ສຽງຂອງປະເທດນີ້ເອງ ບົນເວທີສາກົນອີກດ້ວຍ.

ພາບປະກອບ (vovworld) – ວັນທີ 25/6, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ Daniel Russel ຖືວ່າ: ບັນດາການກະທຳມີລັກສະນະບີບບັງຄັບຂອງ ຈີນ ຢູ່ເຂດທະເລຕ່າງໆ ບໍ່ພຽງແຕ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມທະວີຂຶ້ນເທົ່ານັ້ນ ຫາກຍັງທຳລາຍອິດທິພົນຊື່ສຽງຂອງປະເທດນີ້ເອງ ບົນເວທີສາກົນອີກດ້ວຍ. ກ່າວຄຳເຫັນທີ່ວາລະອະພິປາຍຕໍ່ໜ້າສະພາແຫ່ງຊາດ, ທ່ານ Russel ຕຳໜິຕິຕຽນບັນດາການກະທຳໃນມໍ່ໆມານີ້ຂອງ ຈີນຢູ່ທະເລຮວາຕູງ ແລະ ທະເລຕາເວັນອອກ ອັນໄດ້ເຮັດໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ບັກກິ່ງ ມີຄວາມວິຕົກວັງວົນ. ຕາມທ່ານແລ້ວ, ເລື່ອງຈີນ ຜັນຂະຫຍາຍບັນດາຮ້ານເຈາະນ້ຳມັນໃນເຂດເສດຖະກິດຈຳເພາະຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ຄວາມຂັດແຍ້ງຜືນແຜ່ນດິນກັບບັນດາປະເທດພັນທະມິດຂອງ ອາເມລິກາ ຄື: ຟິລິບປິນ ແລະ ຍີ່ປຸ່ນ ປິນຂັ້ນໄດໄດ້ເຮັດໃຫ້ປະຊາຄົມໂລກມີຄວາມວິຕົກວັງວົນກ່ຽວກັບໄພເກີດການປະທະກັນດ້ານການທະຫານ, ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງການພັດທະນາຂອງບັນດາພື້ນຖານເສດຖະກິດໃນພາກພື້ນ.
TAG
vovworld/vov/ປະເທດບ້ານໃກ້ເຮືອນຄຽງ
Related






