ຮອດຈຸດເວລາຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ
12/12/2012 09:21
ໃນບົດຂຽນຂອງຕົນພາຍໃຕ້ຫົວຂໍ້ວ່າ: “ຮອດຈຸດເວລາຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ”, ນັກແຕ່ງ Doug Bandow Reagan ນັກຮຽນຮູ້ຂັ້ນສູງຂອງສະຖາບັນ Cato ອະດີດຜູ້ຊ່ວຍວຽກພິເສດຂອງ ອະດີດປະທານາທິບໍດີ ອາເມລິກາ Ronald Reagan ໄດ້ຍົກອອກຂໍ້ອ້າງເຫດຜົນຢ່່າງຊັດເຈນ

ແຕ່ລະປີ ຄຳສັ່ງຂວ້ຳບາດຕ້ານກູບາ ໄດ້ກໍ່ຄວາມເສຍຫາຍຕໍ່ ອາເມລິກາ ປະມານ 1,2 ຕື້ USD ພາບ:internet (vovworld) - ໃນບົດຂຽນຂອງຕົນພາຍໃຕ້ຫົວຂໍ້ວ່າ: “ຮອດຈຸດເວລາຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ”, ນັກແຕ່ງ Doug Bandow Reagan ນັກຮຽນຮູ້ຂັ້ນສູງຂອງສະຖາບັນ Cato ອະດີດຜູ້ຊ່ວຍວຽກພິເສດຂອງ ອະດີດປະທານາທິບໍດີ ອາເມລິກາ Ronald Reagan ໄດ້ຍົກອອກຂໍ້ອ້າງເຫດຜົນຢ່່າງຊັດເຈນ ແລະ ຖືວ່າ ຮອດຈຸດເວລາແລ້ວ ທີ່ອຳນາດການປົກຄອງອາເມລິກາ ຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ ຊຶ່ງແກ່ຍາວໃນໄລຍະເກືອບເຄິ່ງສັດຕະວັດຜ່ານມາ. ຕາມນັກຂຽນ Doug Bandow ແລ້ວ, ຄຳສັ່ງດັ່ງກ່າວຄົງຕົວມາຮອດປະຈຸບັນ ກໍຍ້ອນຄວາມສຳຄັນດ້ານການເມືອງ ຂອງລັດ Florida ຊຶ່ງແມ່ນຜືນແຜ່ນດິນຂອງ ອາເມລິກາ ຕິດກັບປະເທດ ກູບາ. ນັກຂຽນ Doug Bandow ຢືນຢັນວ່າ ຮອດຈຸດເວລາແລ້ວທີ່ອຳນາດການປົກຄອງວໍຊິງຕັນ ຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານ ລາຮາວານ ແທນໃຫ້ການສືບຕໍ່ປະຕິບັດຕາມນະໂຍບາຍທີ່ຖືກປະລາໄຊມາແຕ່ດົນນານແລ້ວ.
TAG
ລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ
Related






