VOV WorldVOV World
ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຊຸດທີ 11
14/03/2012 08:37
ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ,​ ບັນດາ​ຜູ້​ແທນ​ໄດ້​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄື: ຮ່າ​ງກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ,​ ຮ່າງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11
ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຊຸດທີ 11
         ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດຊຸດທີ 11                                  ພາບປະກອບ:internet (vovworld) - ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຊຸດ​ທີ 11 ຈັດ​ວາລະ​ອັດ​ກອງ​ປະຊຸມ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ​ເຈືອງ​ເຕີນ​ຊາງ ປະທານ​ປ​​ະ​ເທດ​ຫວຽດນາມ, ທ່ານ ຫງວຽນ​ຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ຮູ່ນດ໋າມ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ພ້ອມ​ດ້ວຍ​ຜູ້ຕາງ​ຫນ້າແມ່ຍິງທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ. ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ,​ ບັນດາ​ຜູ້​ແທນ​ໄດ້​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄື: ຮ່າ​ງກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ,​ ຮ່າງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11.​​ ແລະ​ ກໍ​ຢູ່​ທີ່​ກອງ​ປະຊຸມ​ໃຫຍ່, ບັນດາ​ຜູ້​ແທນ​ຕາງຫນ້າ​ໃຫ້​ແມ່ຍິງ​ໃນ​ທົ່ວ​ປະ​ເທດ​ໄດ້​ເລືອກ​ຕັ້ງ​ຄະນະ​ປະທານ​​ໃຫມ່​ຂອງສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 11 ດ້ວຍກຳມະການ​ຄະນະ​ບໍລິຫານ 163 ທ່ານ​ນາງ ທີ່​ຕາງຫນ​້າ​ໃຫ້​ແມ່ຍິງ​ດີ​ເດັ່ນ​ທຸກ​ຊັ້ນຄົນ​​ໃນ​ທົ່ວ​ປະ​ເທດ.​​ໃນ​ອາຍຸ​ການ 2012 - 2017,​ ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວາ ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 10 ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​​ແມ່ຍິງ​ຫວຽດນາມ​ຊຸດ​ທີ 11. ຕາງຫນ້າ​ໃຫ້​ຄະນະ​ບໍລິຫານ​ງານ​ຊຸດ​ໃຫມ່, ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວາ ​ໄດ້​ເນັ້ນ​ຫນັກ​ວ່າ:        
TAG
ສະຫະພັນແມ່ຍິງ