VOV WorldVOV World
ອັດກອງປະຊຸມຄັ້ງທີ9ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11
15/05/2014 03:29
(vovworld) - ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 7 ວັນ, ຕອນ​ບ່າຍ​ວັນ​ທີ 14/5, ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ໄດ້​ອັດ​ລົງ
ອັດກອງປະຊຸມຄັ້ງທີ9ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳປາໄສອັດກອງປະຊຸມ (vovworld) - ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 7 ວັນ, ຕອນ​ບ່າຍ​ວັນ​ທີ 14/5, ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ​ໄດ້​ອັດ​ລົງ, ຊື່ງສຳ​ເລັດ​ທັງ​ໝົດ​ເນື້ອ​ໃນ​ແຜນການ​ທີ່​ໄດ້​ວາງ​ອອກ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟ​ູຈ້ອງ ​ເປັນ​ປະທານກອງ​ປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ອັດ​ກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ພິຈາລະນາ​ໝາກຜົນ​ແຫ່ງ​ການສະຫລຸບ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​​ຫວຽດນາມ​ທີ່​ກ້າວຫນ້າ, ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ​ເຫັນ​ດີ​ປະກາດ​ໃຊ້​ມະຕິ​ສະບັບ​ໃຫມ່​ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ກອງ​ປະຊຸ​ມສູ​ນກາງ​ຄັ້ງ​ທີ 9 ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ແນ​ວຄິດ​ຊີ້​ນຳນຳພາ, ກຳ​ນົດທິດ​ສ້າງ​ໂຄງການ​ການ​ເມືອງ ​ແລະ ບັນດາຮ່າງ​ເອກະສານ​ໃຫ້ສົມບູນ​ແບບ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟ​ູຈ້ອງ ຊີ້​ແຈ້ງວ່າ: ​ໂດຍ​ຮັບ​ຮູ້​ໄດ້ຢ່າງ​ຈະ​ແຈ້ງ​ບັນດາ​ຂໍ້​ສະດວກ, ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ ​ແລະ ອະທິປະ​ໄຕ, ນະ​ໂຍບາຍ, ມາດ​ຕະການຄວນ​ນຳ​ໃຊ້ ​ເພື່ອຮັກສາ​ເອກະລາດ, ອະ​ທິປະ​ໄຕ, ຄວາມ​ສະຫງົບ​ແຫ່ງ​ຊາດ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ແກ່​ການ​ພັດທະນາ. ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້ແທນທົ່ວປະເທດ ຄັ້ງ​ທີ 12 ຂອງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:
TAG
vovworld/vov/ກອງປະຊຸມ