ອັດງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວຄັ້ງທີ 3
21/07/2012 13:20
ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ ແລະ ລາວຄັ້ງທີ 3 ຈັດຂຶ້ນແຕ່ວັນທີ 16 -20/7 ຫາກໍອັດລົງໃນຕອນຄຳ່ວັນທີ 20/7 ຢູ່ ສູນກອງປະຊຸມແຂວງ ຕວຽນກວາງ
ທ່ານພັນຄຳ ວິພາວັນປະດັບຫລຽນໄຊອິດສະຫລະ ໃຫ້ແກ່ ທ່ານຫວູຊວນຮົ່ງ ພາບ:internet (vovword) - ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ ແລະ ລາວຄັ້ງທີ 3 ຈັດຂຶ້ນແຕ່ວັນທີ 16 -20/7 ຫາກໍອັດລົງໃນຕອນຄຳ່ວັນທີ 20/7 ຢູ່ ສູນກອງປະຊຸມແຂວງ ຕວຽນກວາງ. ໃນງານມະໂຫລານຄັ້ງນີ້, ຜູ້ແທນປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໄດ້ພົບປະແລກປ່ຽນບັນດາບົດຮຽນດີໃນການຜັນຂະຫຍາຍການເຄື່ອນໄຫວມິດຕະພາບຢູ່ທ້ອງຖິ່ນ ພ້ອມທັງສະເຫນີບັນດາມາດຕະການເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ, ນຳສາຍພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ລະດັບສູງໃຫມ່. ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຊີ້ແຈງວ່າ: ສືບຕໍ່ກໍ່ສ້າງ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ແມ່ນຫນ້າທີ່ລວມຂອງບັນດາຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ຊາວ ຫວຽດນາມ ແລະ ລາວແຕ່ລະຄົນ, ໃນນັ້ນ ມີບັນດາອົງການມິດຕະພາບຂອງສອງປະເທດ.
TAG
ງານມະໂຫລານ
Related






