ເບລາຣຸດເອົາໃຈໃສ່ເຖິງການເປີດກ້ວາງການຮ່ວມມືກັບຫວຽດນາມ
19/08/2015 10:44
(vovwolrd)- ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ເບລາຣຸດ ໂດ້ວັນມາຍ...

ທ່ານປະທານາທິບໍດີເບລາຣຸດ Alexander Lukaschenkoຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ເບລາຣຸດ ໂດ້ວັນມາຍ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານ (vovwolrd)- ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ເບລາຣຸດ ໂດ້ວັນມາຍ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານ. ທ່ານປະທານາທິບໍດີເບລາຣຸດ Alexander Lukaschenko ເນັ້ນໜັກວ່າ ເບລາຣຸດເອົາໃຈໃສ່ເປັນພິເສດເຖິງການເປີດກ້ວາງການຮ່ວມມືກັບຫວຽດນາມໃນທຸກຂົງເຂດ. ທ່ານປະທານາທິບໍດີເບລາຣຸດ Alexander Lukaschenko ສະແດງຄວາມເຊື່ອໝັ້ນວ່າ ໃນທົດສະວັດທີ່ຈະມາເຖິງ, ຫວຽດນາມຈະແມ່ນໜຶ່ງໃນບັນດາປະເທດພັດທະນາໃນໂລກ, ພ້ອມທັງຢືນຢັນວ່າ ເບລາຣຸດ ຢາກສ້າງສາຍພົວພັນອັນດີງາມກັບຫວຽດນາມ. ທີ່ການພົບປະ, 2 ຝ່າຍຍັງປຶກສາຫາລືກ່ຽວກັບແຜນການຢ້ຽມຢາມຫວຽດນາມຂອງ ທ່ານປະທານາທິບໍດີເບລາຣຸດ Alexander Lukaschenkoໃນທ້າຍປີ 2015, ໃນນັ້ນ 2 ປະເທດຈະຊຸກຍູ້ບັນດາໂຄງການທີ່ແນໃສ່ຍົກລະດັບການຮ່ວມມື 2 ຝ່າຍໃຫ້ທຽບເທົ່າກັບສາຍພົວພັນທີ່ເບລາຣຸດເຄີຍຖືເປັນສິ່ງຮັບບຸລິມະສິດໃນພາກພື້ນອາຊີ.
TAG
vovworld/ຕ້ອນຮັບ/ການພົວພັນ
Related






