VOV WorldVOV World
ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ
11/11/2019 07:44
(VOVWORLD) - ຕາມກະຊວງປ້ອງກັນປະເທດ ຕວັກກີ ໃຫ້ຮູ້ວ່າ: ວັນທີ 10 ພະຈິກ ໄດ້ເກີດເຫດວາງລະເບີດດ້ວຍລົດໂອໂຕເຮັດໃຫ້ຢ່າງໜ້ອຍສຸດມີສາມັນຊົນ 8 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບຢູ່ເທດສະບານເມືອງ Tal Abyad ທາງທິດຕາເວັນອອກສ່ຽງເໜືອ ຊີຣີ, ປັດຈຸບັນໂດຍແມ່ນ ຕວກກີ ຄວບຄຸມ.
ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ
ເຫດວາງລະເບີດເກີດຂຶ້ນຢູ່ບ້ານ Salik Atik, ທາງພາກໃຕ້ Tal Abyad. ຝ່າຍ ຕວັກກີ ໄດ້ກ່າວຫາບັນດາມືປືນຊາວ Kurd ຢູ່ ຊີຣີ ໄດ້ກໍ່ໃຫ້ເກີດເຫດການດັ່ງກ່າວ. ເຫດວາງລະເບີດດ້ວຍລົດໂອໂຕຢູ່ ຊີຣີ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ (ພາບ: AFP/TTXVN)         ເດືອນ ຕຸລາ ຜ່ານມາ, ຕວັກກີ ໄດ້ປຸກລະດົມການບຸກໂຈມຕີເຂດທາງທິດຕາເວັນອອກສ່ຽງເໜືອ ຊີຣີ ໃກ້ກັບຊາຍແດນ ຕວັກກີ, ແນໃສ່ກວາດລ້າງບັນດາມືປືນສັງກັດກຳລັງບັນດາກົມກອງປົກປ້ອງປະຊາຊົນຊາວ Kurd (YPG) ເຊິ່ງ Ankara ຖືວ່າ: ຂຶ້ນກັບພັກກຳມະກອນຊາວ Kurd (PKK) ທີ່ຖືກຖືເປັນການກໍ່ການຮ້າຍ.
TAG
VOV/VOVworld/ເຫດວາງລະເບີດ/ຊີຣີ/ເສຍຊີວິດ/ຮັບບາດເຈັບ