ແຈ້ງການກ່ຽວກັບການປ່ຽນແປງເວັບໄຊເອເລັກໂຕນິກ VOV5
01/04/2026 09:53
[VOVWORLD] - ໃນໜ້າເວັບໃໝ່ນີ້, ພວກຂ້າພະເຈົ້າຈະມີບັນດາລາຍການໃໝ່, ຄື: Podcast, E-magazine, Inforgraphic…

Thong bao ve viec_1.jpg ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ! ເພື່ອຍົກສູງຄຸນນະພາບການຮັບໃຊ້ ແລະ ສ້າງໜ້າເວັບສະເພາະ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຂໍແຈ້ງກ່ຽວກັບການປ່ຽນແປງໜ້າເວັບໃໝ່ຂອງເວັບໄຊເອເລັກໂຕນິກ https://vovworld.vn/ ນັບແຕ່ເວລາ 0:00 ນາທີ ວັນທີ 01 ເມສາ ຈະນຳໃຊ້ໜ້າເວັບໃໝ່ ແລະ ທີ່ຢູ່ເຂົ້າເວັບບໍ່ມີການປ່ຽນແປງຫຍັງ (ຍັງແມ່ນ https://vovworld.vn/ ). ການປ່ຽນແປງດັ່ງກ່າວບໍ່ສົ່ງຜົນສະທ້ອນເຖິງດ້ານເນື້ອໃນ, ຄຸນນະພາບຂອງແຫຼ່ງຂໍ້ມູນ ກໍຄືບັນດາຄໍລຳເຊິ່ງທ່ານຜູ້ຟັງ, ຜູ້ອ່ານພວມຕິດຕາມ. ຂໍ້ມູນ, ບົດຂຽນທັງໝົດຈະໄດ້ຮັກສາໄວ້ເໝືອນເດີມ ແລະ ສືບຕໍ່ໄດ້ອັບເດດຢ່າງຄົບຖ້ວນ, ທັນການໃນໜ້າເວັບໃໝ່. ໃນໜ້າເວັບໃໝ່ນີ້, ພວກຂ້າພະເຈົ້າຈະມີບັນດາລາຍການໃໝ່, ຄື: Podcast, E-magazine, Inforgraphic… ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ຂໍຂອບໃຈຕໍ່ການຮ່ວມເດີນທາງ, ກໍຄືຄວາມໄວ້ເນື້ອເຊື່ອໃຈເຊິ່ງທ່ານຜູ້ຟັງ, ຜູ້ອ່ານໃນຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກທ່ານຜູ້ຟັງ, ຜູ້ອ່ານໃນໄລຍະຈະມາເຖິງ.
TAG
VOV/VOVWORLD
Related





