ແຂວງ ດັກລັກ ແລະ ສາລະວັນ ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມື
26/07/2012 09:56
ຕອນເຊົ້າວັນທີ 26/7, ຄະນະພະນັກງານແຂວງ ສາລະວັນ ໂດຍທ່ານ ບົວທອງຄຸນ ຍອດພັນຍາ, ຫົວຫນ້າຄະນະຈັດຕັ້ງ ທັງເປັນປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງສາລະວັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ.

ວິສາຫະກິດ ຫວຽດນາມ ລົງທຶນປູກຢາງພາລາ ຢູ່ ລາວ ພາບປະກອບ:internet (vovworld) - ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ ແລະ ຫວຽດນາມ, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ, ຕອນເຊົ້າວັນທີ 26/7, ຄະນະພະນັກງານແຂວງ ສາລະວັນ ໂດຍທ່ານ ບົວທອງຄຸນ ຍອດພັນຍາ, ຫົວຫນ້າຄະນະຈັດຕັ້ງ ທັງເປັນປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງສາລະວັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ. ທີ່ການເຮັດວຽກ, ທ່ານ ບົວທອງຄຸນ ຍອດພັນຍາ ປາດຖະຫນາວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງ ດັກລັກ ແລະ ແຂວງສາລະວັນກໍຄືການເຄື່ອນໄຫວສົ່ງເສີມລົງທຶນຂອງບັນດາວິສາຫະກິດໃນແຂວງ ດັກລັກ ຢູ່ສາລະວັນໃຫ້ນັບມື້ນັບພັດທະນາ, ປັບປຸງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງສອງແຂວງດັ່ງກ່າວເວົ້າສະເພາະ ແລະ ສອງປະເທດ ຫວຽດນາມ ແລະ ລາວ ເວົ້າລວມ. ທ່ານ ບົວທອງຄຸນ ຍອດພັນຍາໃຫ້ຮູ້ວ່າ:
TAG
ການຮ່ວມມື
Related






