VOV WorldVOV World
ແຂວງເທື່ອທຽນເຫ້ວອຸປະຖຳ1000ຫ້ອງພັກໃນFestivalເຫ້ວປີ 2014
03/01/2014 09:24
(vovworld)- ຕອນ​ບ່າຍ​ວັນ​ທີ 2/1, ສະຫະ​ສະມາຄົມ​ໂຮງ​ແຮມ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ລົງ​ນາມ​ໃນ​ສັນຍາ​ອຸປະ​ຖຳການບໍລິການຫ​້ອງພັກ​​ໃຫ້​ແກ່ Festival ​ເຫ້ວ 2014
ແຂວງເທື່ອທຽນເຫ້ວອຸປະຖຳ1000ຫ້ອງພັກໃນFestivalເຫ້ວປີ 2014
ແມ່ນຳ້ເຮືອງ ຢູ່ ນະຄອນ ເຫ້ວ ພາບ:internet (vovworld)-  ຕອນ​ບ່າຍ​ວັນ​ທີ 2/1, ສະຫະ​ສະມາຄົມ​ໂຮງ​ແຮມ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ລົງ​ນາມ​ໃນ​ສັນຍາ​ອຸປະ​ຖຳການບໍລິການຫ​້ອງພັກ​​ໃຫ້​ແກ່ Festival ​ເຫ້ວ 2014 ​ເກືອບ 1000 ຫ້ອງ ຢູ່​ໂຮງ​ແຮມ 11 ​ແຫ່ງ, resort ຈາກ 3 - 5 ດາວ, ​ຕົກເປັນ​ຈຳນວນ​ເງິນ 1 ຕື້​ດົງ. ​ເປັນອັນ​ດວ່າ ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ວິ​ສາ​ຫະກິດ​ໄດ້​ອຸປະຖຳ​ຈຳນວນ​ເງິນ​ກວ່າ 20 ຕື້​ດົງ​ໃຫ້​ແກ່ Festival ​ເຫ້ວ 2014. ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ”, Festival ​ເຫ້ວ 2014 ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ບັນດາ​ລາຍການ​ສະແດງສິລະ​ປະ​ດີ​ເດັ່ນ, ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຂດ​ວັດທະນະທຳ ​ແລະ ກຸງ​ເກົ່າ​​ເຫ້ວຂອງ​ຫວຽດນາມ, ​ແນະນຳ​ສິລະ​ປະ​ດົນຕີ​​ໃນ​ລາຊະ​ວັງ ​ແລະ ບັນດາ​ບົດ​ເພງ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຫ້ວພ້ອມ​ກັບ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ ​ແລະ ຍຸກ​ປະຈຸ​ບັນ​ຂອງ​ກວ່າ 30 ປະ​ເທດ. ທ່ານ ​ໂງ​ຮວ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ Festival ​ເຫ້ວ 2014 ​ໃຫ້​ຮູ້​ວ່າ:       
TAG
vovworld/vov/ຫ້ອງພັກ