ແຂວງກວາງນິງຈັດພິທີລະນຶກ 705 ປີແຫ່ງວັນພະພຸດ,ເຈົ້າຊີວິດ ເຈີນເຍີນຕົງ ສະເດັດປະລິນິບພານ
10/11/2013 10:02
(vovworld)- ພິທີລະນຶກ 705 ປີແຫ່ງວັນພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ ສະເດັດປະລິນິບພານ ໄດ້ຖືກຈັດຂຶ້ນແຕ່ວັນທີ 1 ຫາວັນທີ 3/12

ຮູບຫຼໍ່ ພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ (ພາບ: vietnamnet.vn) (vovworld)- ພິທີລະນຶກ 705 ປີແຫ່ງວັນພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ ສະເດັດປະລິນິບພານ ໄດ້ຖືກຈັດຂຶ້ນແຕ່ວັນທີ 1 ຫາວັນທີ 3/12. ເນື່ອງໃນໂອກາດນີ້, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ກໍໄດ້ຈັດພິທີສະຖິດຮູບຫຼໍ່ ພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ. ນີ້ແມ່ນເຫດການທີ່ສຳຄັນຍິ່ງຂອງ ສະມາຄົມພຸດທະສາສະໜາຫວຽດນາມ, ແນໃສ່ເຊີດຊູຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງ ເຈົ້າຊີວິດ ເຈີນເຍີນຕົງ, ຂ່ຳນັບຮັບຕ້ອນ 50 ປີແຫ່ງວັນສ້າງແຂວງ ກວາງນິງ, ຢັ້ງຢືນທິດນຳ ທຳມະຮ່ວມເດີນທາງພ້ອມກັບຊາດຂອງພຸດທະສາສະໜາຫວຽດນາມ. ໃນຂອບເຂດ ພິທີລະນຶກ 705 ປີແຫ່ງວັນພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ ສະເດັດປະລິນິບພານນັ້ນ, ກໍໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື : ກອງປະຊຸມສຳມະນາວິທະຍາຍາດ “ ເຂດປູຊະນີຍະສະຖານ, ທິດທັດທຳມະຊາດອຽນຕື- ກຳນົດທິດ ແລະ ພັດທະນາ”, ບັນດາພິທີກຳດ້ານຈິດວິນຍານ, ພິທີສະຖິດຮູບຫຼໍ່ ພະພຸດ, ເຈົ້າຊີວິດ ເຈີນເຍີນຕົງ.....
TAG
vov/vovworld/ພະພຸດ/ເຈົ້າຊີວິດ ເຈີນເຍີນຕົງ
Related






