VOV WorldVOV World
ແລກປ່ຽນຄຳເຫັນກ່ຽວກັບທະເລຕາເວັນອອກຢູ່ບັນດາສະຖາບັນຄົ້ນຄ້ວາຂອງອົດສະຕາລີ
29/05/2014 10:57
(vovworld)- ບັນດາ​ສະ​ຖາ​ບັນ​ຂອງ​ອົດ​ສະ​ຕາ​ລີ ພວມ​ສົນ​ໃຈ​ເຖິງ​ບັນດາ​ການ​ຜັນ​ແປ່​ເຄັ່ງ​ຕຶງ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ
ແລກປ່ຽນຄຳເຫັນກ່ຽວກັບທະເລຕາເວັນອອກຢູ່ບັນດາສະຖາບັນຄົ້ນຄ້ວາຂອງອົດສະຕາລີ
(vovworld)- ບັນດາ​ສະ​ຖາ​ບັນ​ຂອງ​ອົດ​ສະ​ຕາ​ລີ ພວມ​ສົນ​ໃຈ​ເຖິງ​ບັນດາ​ການ​ຜັນ​ແປ​ເຄັ່ງ​ຕຶງ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ວັນ​ທີ 28/5, ດຣ ຮ່ວາງ​ແອ​ງຕວນ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດການ​ທູດ​ດ ສະ​ຖາ​ບັນ​ການ​ທູດ ​ໄດ້​ເຮັດ​ວຽກ​ກັບ​ສູນ​ຄົ້ນ​ຄ້ວາ​ອາ​ເມ​ລິ​ກາ ສັງກັດ​ມະຫາວິທະຍາ​ໄລ Sydney ​ແລະ ສະ​ຖາ​ບັນ​ຄົ້ນຄ​ວ້ານະ​ໂຍບາຍ​ສາກົນ Lowy ຂອງ​ອົດ​ສະ​ຕາ​ລີ ກ່ຽວ​ກັບ​ບັນຫາ​ນີ້. ດຣ ຮ່ວາງ​ແອ​ງຕວນ ​ໄດ້​ລາຍ​ງານ​ເຖິງ​​ການ​ກະທຳ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ຢືນຢັນ: ບັນດາ​ການ​ກະທຳ​ຂອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ພ້ອມ​ທັງ​ຜັນ​ຂະຫຍາຍ​ບັນດາ​ກຳ​ປັ່ນ​ຮົບ ​ແລະ ​ເຮືອບິນ ​ແມ່ນ​ການ​ກະທຳ​ລະ​ເມີດສິດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ​, ລະ​ເມີດ​ກົດ​ບັດ ສປຊ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນອອກ. ບັນດາ​ນັກຮຽນ​ຮູ້ ​ແລະ ຜູ້​ຊ່ຽວຊານ ອົດ​ສະ​ຕາ​ລີ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ຈີນ ​ໃນ​ການ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ, ​ແລະ ທັດສະນະ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ນີ້, ນະ​ໂຍບາຍ​ດຸ່ນດ່ຽງ​ຄືນ​ໃຫມ່​ຂອງ​ອາ​ເມ​ລິ​ກາ, ນະ​ໂຍບາຍ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຂອງ​ຈີນ ກໍ​ຄື​ບັນດາ​ບາດກ້າວ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຮ້ານເຈາະນ້ຳມັນຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ ພາບ:xahoi.com.vn
TAG
vovworld/vov/ຮ້ານເຈາະນ້ຳມັນ