VOV WorldVOV World
ແນະນຳລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ປີ 2019
11/10/2019 07:21
(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານີໂທລະພາບນະຄອນ ໂຮ່ຈີມິນ (HTV) ຈັດຕັ້ງການຖະແຫຼງຂ່າວແນະນຳກ່ຽວກັບລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ຄັ້ງທີ 19 ປີ 2019 ແນໃສ່ຂົນຂວາຍການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”.
ແນະນຳລາຍການສະແດງສິລະປະ “ນະຄອນສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ປີ 2019
ການຖະແຫຼງຂ່າວ (ພາບ:  qdnd.vn )         ແຫຼ່ງກອງທຶນ “ເພື່ອຄົນທຸກຍາກ” ນະຄອນ ຈະນຳໃຊ້ໃຫ້ແກ່ບັນດາການເຄື່ອນໄຫວສັງຄົມມະນຸດສະທຳ ຄືໜູນຊ່ວຍຄ່າໃຊ້ຈ່າຍກໍ່ສ້າງເຮືອນຢູ່ໃຫ້ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ; ໜູນຊ່ວຍພາຫະນະອຸປະກອນໃນການດຳເນີນຊີວິດ, ຊ່ວຍຈັດຕັ້ງວັນບຸນຕ່າງໆ…ໃຫ້ແກ່ບັນດາສະມາຊິກໃນຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກໃນບໍລິເວນນະຄອນ.         ລາຍການດັ່ງກ່າວຈະດຳເນີນໃນເວລາ 19 ໂມງ 30 ນາທີ ຂອງວັນທີ 24 ຕຸລາ ຢູ່ໂຮງລະຄອນສະຖານີໂທລະພາບນະຄອນ ໂຮ່ຈີມິນ (ເມືອງ 1).
TAG
VOV/VOVworld/ສິລະປະ/ນະຄອນສາຍຈິດມິດໃຈ/ຄວາມຮັກແພງ