ເກີດເຫດວາງລະເບີດດ້ວຍລົດໂອໂຕຢູ່ພາກໃຕ້ຂອງໄທ
26/07/2014 10:02
(vovworld)- ຕຳຫຼວດໄທໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 3 ຄົນ ແລະ ອີກ 36 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດດ້ວຍລົດໂອໂຕຢູ່ດ້ານນອກຂອງໂຮງແຮມ Holiday ທີ່ແຂວງ ຢາລາ.....

ເກີດເຫດວາງລະເບີດດ້ວຍລົດໂອໂຕຢູ່ດ້ານນອກຂອງໂຮງແຮມ Holiday ທີ່ແຂວງ ຢາລາ ທາງພາກໃຕ້ໄທ (ພາບ:reuters) vovworld)- ຕຳຫຼວດໄທໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 3 ຄົນ ແລະ ອີກ 36 ຄົນໄດ້ຮັບບາດເຈັບໃນເຫດວາງລະເບີດດ້ວຍລົດໂອໂຕຢູ່ດ້ານນອກຂອງໂຮງແຮມ Holiday ທີ່ແຂວງ ຢາລາ ທາງພາກໃຕ້ໄທເມື່ອວັນທີ 25/7. ກ່ອນໜ້ານັ້ນ, ຕຳຫຼວດໄທໄດ້ຮັບການກ່າວເຕືອນກ່ຽວກັບໄພຂາດສະຖຽນລະພາບທີ່ພວມກັບຕ່າວຄືນມາຢູ່ເຂດພາກໃຕ້ໄທ ຂະນະທີ່ເທດສະການ ຣາມາດານ ຂອງຊາວມຸດສະລິມໃກ້ຈະສິ້ນສຸດ. ປະຈຸບັນ, ອຳນາດການປົກຄອງທາງທະຫານຂອງໄທ ໄດ້ຖະແຫຼງວ່າ ບຸລິມະສິດໂດຍດ່ວນຂອງປະເທດຊາດ ແມ່ນຟື້ນຟູສັນຕິພາບຢູ່ພາກໃຕ້. ຜູ້ນຳ ອຳນາດການປົກຄອງທາງທະຫານຂອງໄທ ນາຍພົນ ປຣະຢຸດ ຢືນຢັນຈະເຊື່ອມຕໍ່ການເຈລະຈາຄືນໃໝ່ເພື່ອນຳສັນຕິພາບມາສູ່ບັນດາແຂວງ ທາງພາກໃຕ້ໄທ. ທ່່ານເນັ້ນໜັກວ່າ ອຳນາດການປົກຄອງທາງທະຫານຂອງໄທ ຢາກນຳໃຊ້ບັນດາຍຸດທະສາດການເມືອງເໜືອກວ່າບັນດາຍຸດທະວິທີການທະຫານຢູ່ພາກໃຕ້ໄທ.
TAG
vov/vovworld/ເຫດວາງລະເບີດ
Related






