ເລີ່ມລົງມືກໍ່ສ້າງໂຄງການບູລະນະ, ຍົກລະດັບເສັ້ນທາງຫຼວງເລກ 1 ຕອນຮ່າໂນ້ຍ-ບັກຢາງ
22/02/2014 10:48
(vovworld)- ຕອນເຊົ້າ ວັນທີ 22/2, ຢູ້ແຂວງບັກຢາງ, ກະຊວງຄົມມະນາຄົມຂົນສ່ົງຫວຽດນາມໄດ້ຈັດພິທີເລີ່ມລົງມືກໍ່ສ້າງບູລະນະ....
ທ່ານຮອງນາຍົກລັດຖະມົນຕີຫວຽດນາມວູ້ດຶກດາມ ກ່າວຄຳເຫັນທີ່ພິທີເລີ່ມ ລົງມືກໍ່ສ້າງ (ພາບ: baomoi) (vovworld)- ຕອນເຊົ້າ ວັນທີ 22/2, ຢູ້ແຂວງບັກຢາງ, ກະຊວງຄົມມະນາຄົມຂົນສ່ົງຫວຽດນາມໄດ້ຈັດພິທີເລີ່ມລົງມືກໍ່ສ້າງບູລະນະ, ຍົກລະດັບເສັ້ນທາງຫຼວງເລກ 1 ຕອນຮ່າໂນ້ຍ-ບັກຢາງ. ໂຄງການລົງທຶນກໍ່ສ້າງບູລະນະ, ຍົກລະດັບເສັ້ນທາງຫຼວງເລກ 1 ຕອນ ຮ່າໂນ້ຍ-ບັກຢາງໄດ້ຮັບການປະຕິບັດຄາມຮູບແບບສັນຍາ BOT ດ້ວຍຍອດລວງຄວາມເກືອບ 46 ກິໂລແມດ ແລະ ມີຍອດເງິນລົງທຶນ 4.200 ຕື້ກ່ວາດົງ. ຄາດວ່າໂຄງການຈະສຳເລັດການກໍ່ສ້າງໃນເດືອນ 8/2016. ກ່າວຄຳເຫັນທີ່ພິທີເລີ່ມ ລົງມືກໍ່ສ້າງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ສະເໜີບັນດານັກນັກປະມູນ, ບັນດາຫົວໜ່ວຍ ປະຕິບັດການກໍ່ສ້າງຈົ່ງ ນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າເພື່ອສ້າງສຳເລັດບັນດາ ກິດຈະກຳຍ່ອຍ ຂອງໂຄງການໂດຍໄວ. ອຳນາດການປົກຄອງທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງຈົ່ງສົມທົບກັບ ບັນດາກະຊວງ, ຂະແໜງການຕ່າງໆເພື່ອສຳເລັດວຽກງານບຸກເບີກໜ້າພຽງ ໂດຍໄວ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ບັນດາຄອບຄົວຢູ່ເຂດປະຕິບັດໂຄງການ.
TAG
vov/vovworld/ກໍ່ສ້າງ/ໂຄງການທາງຫຼວງເລກ 1
Related






