VOV WorldVOV World
ເລື່ອງສຳ​ເລັດ​ການຈັດ​ແບ່ງເສັ້​ນ​ຊາຍ​ແດນ ແລະ ປັກຫຼັກ​ໝາ​ຍ​ຊາຍ​ແດນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ
12/10/2019 09:58
(VOVWORLD) -ຕອນບ່າຍວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນ ແຂວງລ້າງເຊີນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຄຸ້ມຄອງຊາຍແດນພາຍຫຼັງ 10 ປີແຫ່ງການສຳເລັດວຽກງານຈັດແບ່ງເສັ້ນຊາຍແດນ ແລະ ປັກຫຼັກໝາຊາຍແດນ ແລະ ປະຕິບັດ ເອກະສານນິຕິກຳ 3 ສະບັບວ່າດ້ວຍຊາຍແດນທາງບົກລະຫວ່າງ ຫວຽດນາມ - ຈີນ.
ເລື່ອງສຳ​ເລັດ​ການຈັດ​ແບ່ງເສັ້​ນ​ຊາຍ​ແດນ ແລະ ປັກຫຼັກ​ໝາ​ຍ​ຊາຍ​ແດນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ
ບັນດາບຸກຄົນ, ໜູ່ຄະນະທີ່ມີການປະກອບສ່ວນເຂົ້າການປະຕິບັດ ເອກະສານນິຕິກຳວ່າດ້ວຍຊາຍແດນ 3 ສະບັບ   ແຂວງລ້າງເຊີນມີ ເສັ້ນຊາຍແດນຕິດກັບເຂດປົກຄອງດ້ວຍຕົນເອງຂອງເຜົ່າ ຈວາງ ແຂວງກ໋ວາງຊີ (ຈີນ) ກ່ວາ 230 ກິໂລແມັດ. ພາຍຫຼັງ 10 ປີແຫ່ງການປະຕິບັດສຳເລັດວຽກງານຈັດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ແລະ ຜັນຂະຫຍາຍ ເອກະສານນິຕິກຳ 3 ສະບັບກ່ຽວກັບເສັ້ນຊາຍທາງບົກດິນລະຫວ່າງ ຫວຽດນາມ - ຈີນ, ສະພາບການຢູ່ເຂດຊາຍແດນແຂວງລ້າງເຊີນ ສະຖຽນລະພາບໂດຍພື້ນຖານ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັກສາໄວ້ຢ່າງໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ໃນຂົງເຂດລະຫວ່າງສອງຝ່າຍ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ບັນດາການເຄື່ອນໄຫວນຳເຂົ້າ, ສົ່ງອອກ, ຂົນສົ່ງສິນຄ້າຜ່ານແດນຍາມໃດກໍ່ຮັບປະກັນການຈະລາຈອນ. ວຽກງານຮັບປະກັນ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ວຽກງານສົມທົບກັນຄຸ້ມຄອງດ່ານຊາຍແດນລະຫວ່າງສອງຝ່າຍຍັງໄດ້ຮັບປະກັນ. ຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາຕາແສງເຂດຊາຍແດນນັບມື້ນັບມີສະຖຽນລະພາບ, ພັດທະນາ, ສາມັກຄີກັນປົກປັກຮັກສາເສັ້ນຊາຍແດນ…
TAG
VOV/VOVworld/ຈັດ​ແບ່ງເສັ້​ນ​ຊາຍ​ແດນ/ປັກຫຼັກ​ໝາ​ຍ​ຊາຍ​ແດນ​