ເພີ່ມທະວີການສົມທົບວຽກງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
20/02/2014 08:45
(vovworld) -ຕອນບ່າຍວັນທີ 19/2, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍທ່ານ ຫງວຽນທ້ຽນເຍີນ

ກອງປະຊຸມລະຫວ່າງລັດຖະບານ ແລະ ຄະນະກຳມະການ ສູນກາງແນວໂຮມ photo:vietnamplus.vn (vovworld) -ຕອນບ່າຍວັນທີ 19/2, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເປັນປະທານກອງປະຊຸມລະຫວ່າງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອຕີລາຄາໝາກຜົນການປະສານສົມທົບວຽກງານປີ 2013 ຜ່ານມາ ແລະ ວາງອອກບັນດາຫນ້າທີ່ຈຸດສຸມໃນປີ 2014. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານໃນການສ້າງສາ, ປັບປຸງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ເສີມຂະຫຍາຍປະຊາທິປະໄຕ, ເຂົ້າຮ່ວມການກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ສ້າງນະໂຍບາຍ, ກົດໝາຍ… ພ້ອມທັງສະເຫນີລັດຖະບານ ຈົ່ງພິຈາລະນາ, ແກ້ໄຂບັນດາຂໍ້ສະເຫນີຂອງແນວໂຮມປະເທດຊາດຊື່ງໄດ້ຍົກອອກມາທີ່ກອງປະຊຸມໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
vovworld/vov/ປະທານຄະນະກຳມະການສູນກາງແນວໂຮມ
Related






