ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ-ອາແຊກໄບຢານ
19/05/2014 11:05
(vovworld)-ໂດຍຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ, ທ່ານ Ilham Aliyev, ປະທານາທິບໍດີ ອາແຊກໄບຢານ
ທ່ານ Ilham Aliyev, ປະທານາທິບໍດີ ອາແຊກໄບຢານ ແລະ ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ພາບ:dantri.com.vn (vovworld)-ໂດຍຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ, ທ່ານ Ilham Aliyev, ປະທານາທິບໍດີ ອາແຊກໄບຢານ ເດີນທາງມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແຕ່ວັນທີ 18-20/5. ຕອນເຊົ້າວັນທີ 19/5 ຢູ່ ຮ່າໂນ້ຍ, ພາຍຫລັງພິທີຕ້ອນຮັບທ່ານປະທານາທິບໍດີ Ilham Aliyev ຢ່າງເປັນທາງການ, ທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Ilham Aliyev ໄດ້ດຳເນີນການເຈລະຈາ. ສອງຝ່າຍເຫັນດີຄວນມີບັນດາມາດຕະການຢ່າງຕັ້ງຫນ້າ ເພື່ອເພີ່ມວົງເງິນການຄ້າ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາກະຊວງ, ຂະແຫນງການ, ຊຸກຍູ້ການເຄື່ອນໄຫວສົ່ງເສີມດ້ານການຄ້າ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 1 ຕື້ USD ໃນຊຸມປີຈະມາເຖິງ. ທີ່ການເຈລະຈາ, ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນ: ທັດສະນະຂອງບັນດາປະເທດ ອາຊຽນ ແລະ ຫວຽດນາມ ໃນການແກ້ໄຂບັນດາການພິພາດຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ພາຍຫລັງການເຈລະຈາ, ການນຳສອງທ່ານໄດ້ພົບປະກັບວົງການນັກຂ່າວເພື່ອແຈ້ງໝາກຜົນຈຳນວນໜຶ່ງ. ທ່ານປະທານປະເທດເຈືອງເຕີນຊາງ ໃຫ້ຮູ້ວ່າ: “
TAG
vovworld/ສັນຍາລະຫວ່າງລັດຖະບານ/ອາແຊກໄບຢານ
Related






