ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຈີເລ
09/07/2012 11:18
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ Uong Chu Luu ຮອງປະທານສະພາແຫ່ງຊາດ ນຳຫນ້າ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີເລ ເພື່ອເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ
ທ່ານ Uong Chu Luu ຮອງປະທານສະພາແຫ່ງຊາດ ຫວຽດນາມ ພາບ:internet (vovword) - ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ Uong Chu Luu ຮອງປະທານສະພາແຫ່ງຊາດ ນຳຫນ້າ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີເລ ເພື່ອເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ. ໃນໄລຍະຢູ່ຢ້ຽມຢາມ ຈີເລ ແຕ່ວັນທີ 3 -5/7, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ Medina ປະທານສະພາສູງ, ທ່ານ Nicolas M. Dias ປະທານສະພາຕຳ່ ແລະ ເຈົ້າຫນ້າທີ່ລັດຖະບານ ຈີເລ ຈຳນວນຫນຶ່ງ. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາ ຕັ້ງຫນ້າຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດການຄ້າ, ສູ້ຊົນເພີ່ມວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນ 10 ປີຈະມາເຖິງ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ຝາກຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ເຖິງທ່ານປະທານສະພາຕຳ່ ຈີເລ ມາຢ້ຽມຢາມ.
TAG
ຈີເລ/ສະພາແຫ່ງຊາດ
Related






