VOV WorldVOV World
ເປັນຄັ້ງທຳອິດ ອາເມລິກາອອກຖະແຫລງການກ່ຽວກັບ ທະເລຕາເວັນອອກ
04/08/2012 09:41
ວັນ​ທີ 4/8, ອຳນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເປັນ​ຄັ້ງ​ທຳ​ອິດ​​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ
ເປັນຄັ້ງທຳອິດ ອາເມລິກາອອກຖະແຫລງການກ່ຽວກັບ     ທະເລຕາເວັນອອກ
ພາບປະກອບ (vovworld) -  ​​ພາຍຫລັງ​ສະພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ມະຕິ S.Res 524 ຢືນຢັນ​ຄືນ​ການ​ສະຫນັບສະຫນູນ​ຢ່າງ​ແຮງ​ຂອງ​ອາ​ເມ​ລິ​ກາ​ຕໍ່​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ບົນ​ທະ​ເລ​ຕາ​ເວັນ​ອອກ (DOC). ວັນ​ທີ 4/8, ອຳນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເປັນ​ຄັ້ງ​ທຳ​ອິດ​​ໄດ້​ອອກ​ຖະ​ແຫລ​ງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫລ​ງການ​ໄດ້​ຊີ້​ແຈງ​ວ່າ:  ​ໂດຍແມ່ນ​ປະ​ເທດ​ໃນ​​ເຂດ​ປາຊີ​ຟີ​ກ, ອາ​ເມ​ລິ​ກາ ມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເຄົາລົບ​ກົດໝາຍ​ສາກົນ, ມີ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ຄ້າ​ຖືກ​ກັບ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ ບໍ່​ແຊກ​ແຊງ​ເຂົ້າ​ການ​ພິພາດ​ອະທິປະ​ໄຕ ​ແລະ ບໍ່​ມີ​ຄວາມ​ມັກ​​ໃຫຍ່​ໄຝ່ສູງ​ພິພາດ​ນ່ານທະ​ເລຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຈະ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ນຳ​ໃຊ້​ມາດ​ຕະການ​ທາງ​ການ​ທູດ​ເພື່ອ​ແກ້​ໄຂ​ການ​ພິພາດ​ໂດຍ​ບໍ່​ນຳ​ໃຊ້​ມາດ​ຕະການ​ບັງ​ຂັບ, ຂູ່​ເຂັນ, ນຳ​ໃຊ້ກຳລັງ ​ອາວຸດ
TAG
ທະເລຕາເວັນອອກ