ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022
09/03/2026 09:46
(VOVWORLD) - ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022.

ລາຄານ້ຳມັນຂອງໂລກເພີ່ມຂຶ້ນຢ່າງແຮງ ແລະ ເກີນ 100 USD/ຖັງ ເມື່ອຕະຫຼາດເປີດປະຕູການແລກປ່ຽນການຄ້າໃນວັນທີ 08 ມີນາ, ໃນສະພາບບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ແຫຼ່ງສະໜອງພະລັງງານທົ່ວໂລກຖືຂາດວັກຂາດຕອນຍ້ອນສະພາບຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ເພີ່ມຂຶ້ນ. ນີ້ເປັນຄັ້ງທຳອິດລາຄານ້ຳມັນລືນລະດັບນັບແຕ່ເມື່ອເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022. ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022. ໃນຂະນະນັ້ນ, ລາຄານຳມັນ Brent ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110,35 USD/ຖັງ. ລາຄານ້ຳມັນເພີ່ມຂຶ້ນຢ່າງແຮງໃນສະພາບທີ່ການປະທະກັນຢູ່ພາກພື້ນ ຕາເວັນອອກກາງ ໄດ້ກ້າວເຂົ້າສູ່ອາທິດທີ 2. ບັນດານັກຊ່ຽວຊານສາກົນກ່າວເຕືອນວ່າ ຖ້າລາຄານ້ຳມັນຮັກສາກວ່າ 100 USD/ຖັງ ໃນໄລຍະຍາວນັ້ນ, ເສດຖະກິດທົ່ວໂລກອາດຈະຖືກຄວາມກົດດັ່ນຫຼາຍພໍສົມຄວນຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ.
TAG
VOV/VOVworld/ວິຕົກກັງວົນ/ແຫຼ່ງສະໜອງ/ພະລັງງານ/ທົ່ວໂລກ
Related






