ເຊີດຊູແບບຢ່າງດີເດັ່ນ ໃນການ ຮັບປະກັນຄວາມປອດໄພ ທາງດ້ານຄົມມະນາຄົມ
25/08/2012 12:09
ວັນທີ 25/8 ຢູ່ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງໄດ້ສົມທົບກັບ ຄະນະກຳມະການຄວາມປອດໄພທາງດ້ານຄົມມະນາຄົມແຫ່ງຊາດ ຈັດກອງປະຊຸມຍ້ອງຍໍຊົມເຊີຍບັນດາແບບຢ່າງມະຫາຊົນທີ່ດີເດັ່ນໃນຂະບວນການ ສ້າງສາທາງດ້ານຄົມມະນາຄົມ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ມອບໃບຍ້ອງຍໍໃຫ້ແກ່ບັນດາແບບຢ່າງດີເດັ່ນ (ພາບ:chinhphudientu) Vovworld- ວັນທີ 25/8 ຢູ່ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງໄດ້ສົມທົບກັບ ຄະນະກຳມະການຄວາມ ປອດໄພ ທາງດ້ານຄົມມະນາຄົມແຫ່ງຊາດ ຈັດກອງປະຊຸມຍ້ອງຍໍຊົມເຊີຍບັນດາແບບຢ່າງມະຫາຊົນທີ່ດີເດັ່ນໃນຂະບວນການ ສ້າງສາທາງດ້ານຄົມມະນາຄົມ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງດ້ານຄົມມະນາຄົມ. ມີແບບຢ່າງດີເດັ່ນ 185 ຄົນໄດ້ຮັບການເຊີດຊູ, ໃນນັ້ນມີ 19 ບຸກຄົນດີເດັ່ນໄດ້ຮັບໃບຍ້ອງຍໍຂອງລັດຖະບານ, 152 ຄົນໄດ້ຮັບສະເໜີມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ແລະ ຫຼຽນກາທີ່ລະນຶກເພື່ອພາລະກິດພັດທະນາຄົມມະນາຄົມຂົນສົ່ງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ກ່າວວ່າ : “ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພວກເຮົາໄດ້ມີໂຄງການພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ. ສິ່ງນີ້ແມ່ນມີຄວາມໝາຍທີ່ສຳຄັນທີ່ສຸດຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດພວກເຮົາ. ເພື່ອປະຕິບັດໂຄງການນີ້ໃຫ້ເປັນຢ່າງດີ, ພວກເຮົາຕ້ອງຮຽກຮ້ອງແຫຼ່ງເງິນລົງທຶນ, ພິເສດແມ່ນຈາກຂົງເຂດສັງຄົມ ແລະ ປະຊາຊົນ. ”
Related






