ເຊັນສັນຍາຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ-Mozambiq
11/03/2014 10:16
ສັນຍາຮ່ວມມືຄົ້ນຄ້ວາ, ຂະຫຍາຍຕົ້ນໄມ້ສະບຽງອາຫານຢູ່ Mozambiq ໄລຍະ 2013 – 2017 ໄດ້ລົງນາມໃນຕອນເຊົ້າວັນທີ 11/3, ຢູ່ ຮ່າໂນ້ຍ...

ພາບປະກອບ (vovworld) – ສັນຍາຮ່ວມມືຄົ້ນຄ້ວາ, ຂະຫຍາຍຕົ້ນໄມ້ສະບຽງອາຫານຢູ່ Mozambiq ໄລຍະ 2013 – 2017 ໄດ້ລົງນາມໃນຕອນເຊົ້າວັນທີ 11/3, ຢູ່ ຮ່າໂນ້ຍ ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ສະຖານທູດ Mozambiq ປະຈຳ ຫວຽດນາມ. ສັນຍານີ້ເພື່ອແນໃສ່ບຳລຸງສ້າງພະນັກງານຄົ້ນຄ້ວາ ແລະ ສ້າງຮູບແບບ ຕົ້ນໄມ້ສະບຽງອາຫານຊ່ວຍໃຫ້ Mozambiq ຍູ້ແຮງການຜະລິດກະສິກຳເພື່ອເພີ່ມທະວີຄຸນນະພາບເຂົ້າສານ, ຫລຸດຜ່ອນປະລິມານເຂົ້າສານນຳເຂົ້າ, ພ້ອມທັງທົດລອງບັນດາຮູບແບບຂະຫຍາຍການປູກມັນດ້າງ, ຜັກ ຊະນິດຕ່າງໆ... ເພື່ອຄ້ຳປະກັນດ້ານສະບຽງອາຫານ ແລະ ເພີ່ມລາຍຮັບໃຫ້ຊາວກະສິກອນ Mozambiq. ໄລຍະຜ່ານມາ, ຫວຽດນາມ ແລະ Mozambiq ໄດ້ຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານກະສິກຳ. ຕາມສັນຍາດັ່ງກ່າວ, ຫວຽດນາມ ຊ່ວຍ Mozambiq ປະຕິບັດໂຄງການ “ຮ່ວມມືຄົ້ນຄ້ວາຂະຫຍາຍຕົ້ນໄມ້ສະບຽງອາຫານໄລຍະ 2013 - 2017”, ສະແດງຄວາມຕັດສິນໃຈລະຫວ່າງ 2 ປະເທດໃນການຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ.
TAG
vovworld/vov/ລົງນາມ
Related






