ເວທີປາໄສອາຊີ-ເອີລົບກ່ຽວກັບເສດຖະກິດທີ່ມີຫົວຄິດປະດິດສ້າງ
04/12/2013 10:27
(vovworld)-ເວທີປາໄສດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 4/12 ຢູ່ ຮ່າໂນ້ຍ ໂດຍກອງທຶນອາຊີ- ເອີລົບ

ພາບປະກອບ:internet (vovworld)-ເວທີປາໄສດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 4/12 ຢູ່ ຮ່າໂນ້ຍ ໂດຍກອງທຶນອາຊີ- ເອີລົບ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມສົມທົບກັນຈັດຕັ້ງ. ທີ່ກອງປະຊຸມ, ບັນດາຜູ້ຊ່ຽວຊານໄດ້ປຶກສາຫາລືບັນດານະໂຍບາຍ ແລະ ຍຸດທະສາດ ປະກອບສ່ວນສ້າງເສດຖະກິດທີ່ມີຫົວຄິດປະດິດສ້າງຢູ່ ເອີລົບ ແລະ ອາຊີ; ຄວາມສາມາດບົ່ມຊ້ອນແກ້ໄຂບັນດາສິ່ງທ້າທາຍເກີດຂຶ້ນໃນວິວັດການພັດທະນາ; ບັນດາແຫລ່ງເງິນລົງທຶນ, ມາດຕະການທີ່ຈຳເປັນ ຮັບປະກັນການປະຕິບັດນະໂຍບາຍ ແລະ ຍຸດທະສາດດັ່ງກ່າວສຳເລັດຜົນ. ບັນດາຜູ້ຊ່ຽວຊານກໍສະເຫນີກ່ຽວກັບນະໂຍບາຍເພື່ອລາຍງານທີ່ກອງປະຊຸມລັດຖະມົນຕີວັດທະນະທຳ ອາຊີ - ເອີລົບ ຄັ້ງທີ 6 ຊື່ງຈະຈັດຂຶ້ນໃນປີ 2014.
TAG
vovworld/vov/ກອງທຶນອາຊີ- ເອີລົບ
Related






