ຕາລິບານ ບຸກໂຈມຕີສະຫນາມບິນ ກົງກັບໂອກາດລະນຶກເຫດການ 11/9
12/09/2012 09:22
ກ່ອນຈັດພິທີລະນຶກ 11 ປີເກີດເຫດການກໍ່ການຮ້າຍເມື່ອວັນທີ 11/9/2001 ຢູ່ ອາເມລິກາ, ສະຫນາມບິນ Bagram ຢູ່ ບໍລິເວນມໍ່ກັບນະຄອນຫລວງ Kabul ຖືກຍິງດ້ວຍຈະຫຼວດ 4 ລູກ

ກຳລັງປ້ອງກັນຄວາມສະຫງົບສາກົນ ຢູ່ ອາບການິສະຖານ ພາບ: internet (vovworld) - ວັນທີ 11/9, ອົງການ NATO ຢູ່ ອາບການິສະຖານໃຫ້ຮູ້ວ່າ: ໃນເວລາ 22 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 10/9, ກ່ອນຈັດພິທີລະນຶກ 11 ປີເກີດເຫດການກໍ່ການຮ້າຍເມື່ອວັນທີ 11/9/2001 ຢູ່ ອາເມລິກາ, ສະຫນາມບິນ Bagram ໂດຍອາເມລິກາຄຸ້ມຄອງ ຢູ່ ບໍລິເວນມໍ່ກັບນະຄອນຫລວງ Kabul ຖືກຍິງດ້ວຍຈະຫຼວດ 4 ລູກ ເຮັດໃຫ້ເຮືອບິນລຳຫນຶ່ງຂອງ NATO ຖືກທຳລາຍ, ນາຍທະຫານ ອາບການິສະຖານ 3 ຄົນຖືກເສຍຊີວິດ ແລະ ພາລະກອນ NATO 2 ຄົນໄດ້ຮັບບາດເຈັບ. ຕາລີບານ ຍອມຮັບວ່າແມ່ນຜູ້ປະຕິບັດບຸກໂຈມຕີດັ່ງກ່າວ. ປະຈຸບັນ, ການຮັບປະກັນຄວາມສະຫງົບປອດໄພຢູ່ນະຄອນຫລວງ Kabul ໄດ້ຮັບການເພີ່ມທະວີຂຶ້ນ.
TAG
Bagram/ກຳລັງປ້ອງກັນ
Related






