VOV WorldVOV World
ຫາງສຽງຕໍາໜິຕິຕຽນ ເລື່ອງ ອາເມລິກາ ຖອນຕົວອອກຈາກສັນຍາ ປາຣີ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ ປີ 2015
06/11/2019 09:16
(VOVWORLD) - ວັນທີ 04 ພະຈິກ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍື່ນໃບສະເໜີ ສປຊ ເພື່ອລາຍງານກ່ຽວກັບການຖອນຕົວອອກຈາກ ສັນຍາ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2015.
ຫາງສຽງຕໍາໜິຕິຕຽນ ເລື່ອງ ອາເມລິກາ ຖອນຕົວອອກຈາກສັນຍາ ປາຣີ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ ປີ 2015
    ຕາມນັ້ນແລ້ວ, ອາເມລິກາ ຈະຖອນຕົວອອກຈາກ ສັນຍາສະບັບດັ່ງກ່າວຢ່າງເປັນທາງການ ໃນວັນທີ 04 ພະຈິກ 2020, ເຊິ່ງພາຍຫຼັງການປ່ອນບັດເລືອກຕັ້ງປະທານາທິບໍດີ ໜຶ່ງວັນ. ການຕັດສິນໃຈດັ່ງກ່າວຂອງອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຖືກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ຕໍາໜິຕິຕຽນ.         ກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 5 ພະຈິກ, ທ່ານ ເກີງສ໋າງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ ມີຄວາມເສຍດາຍຕໍ່ການຕັດສິນໃຈຂອງ ອາເມລິກາ, ພ້ອມທັງສະແດງຄວາມຫວັງວ່າ ວໍຊີງຕັນ ອາດຈະແບກຫາບພາລະໜ້າທີ່ສໍາຄັນ ຫຼາຍກວ່າຕື່ມອີກ ເພື່ອປະກອບສ່ວນເຫື່ອແຮງເຂົ້າໃນວິວັດການຮ່ວມມືຫຼາຍຝ່າຍນີ້, ແທນທີ່ໃຫ້ແກ່ການສ້າງພະລັງງານທີ່ບໍ່ດີຕື່ມອີກ”.
TAG
VOV/VOVworld/ປ່ຽນແປງດິນຟ້າອາກາດ/ສັນຍາ ປາຣີ/ອາເມລິກາ/ຕໍາໜິຕິຕຽນ