ຫາຍຟ່ອງສະເຫນີ UNESCO ຮັບຮອງໝູ່ເກາະກາດບາເປັນມໍລະດົກທຳມະຊາດໂລກ
05/03/2014 11:04
(vovworld) - ເພື່ອເລີ່ມປະຕິບັດການສະເຫນີ UNESCO ຮັບຮອງໝູ່ເກາະ ກາດບາ ເປັນມໍລະດົກທຳມະຊາດໂລກ

ໝູ່ເກາະກາດບ່າ ລວມມີເກາະນ້ອຍໃຫຍ່ 300 ແຫ່ງ photo:vietbao.vn (vovworld) - ເພື່ອເລີ່ມປະຕິບັດການສະເຫນີ UNESCO ຮັບຮອງໝູ່ເກາະ ກາດບາ ເປັນມໍລະດົກທຳມະຊາດໂລກ, ນະຄອນ ຫາຍຟ່ອງ ຈະຈັດຕັ້ງການເຄ່ືອນໄຫວຈຳນວນຫນ່ຶງໃນຂອບເຂດງານບຸນດອກຝາງແດງຄັ້ງທີ 3 ຊື່ງຈະຖືກຈັດຂຶ້ນແຕ່ວັນທີ 9-11/5/2014 ຢູ່ ນະຄອນ ຫາຍຟ່ອງ. ດ້ວຍຫົວຂໍ້ວ່າ: “ກາດບ່າທາມກາງສີສັນດອກຝາງແດງ”, ຈຸດເດັ່ນຂອງງານບຸນຄັ້ງນີ້ແມ່ນງານລາຕີ“ ກາດບ່າທາມກາງສີສັນດອກຝາງແດງ” ຈະຖືກຈັດຂຶ້ນໃນວັນທີ 10/5/2014 ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫລາຍຢ່າງ. ໝູ່ເກາະກາດບ່າ ລວມມີເກາະນ້ອຍໃຫຍ່ 300 ແຫ່ງ, ໃນນັ້ນ ເກາະ ກາດບ່າຢູ່ ທາງທິດໃຕ້ອ່າວ ຮ້າລອງ, ນອກຝ່ັງທະເລ ຫາຍຟ່ອງ ແລະ ກວາງນີງ. ໝູ່ເກາະກາດບ່າ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນເຂດນິເວດວິທະຍາໂລກ.
TAG
vovworld/vov/ໝູ່ເກາະກາດບ່າ/ເກາະນ້ອຍໃຫຍ່
Related






