ຫ້ອງວ່າການປະທານປະເທດປະກາດບັນດາກົດໝາຍ,ລັດຖະບັນຍັດ
05/07/2013 10:20
(vovworld)- ຕອນເຊົ້າວັນທີ 5/7 ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດໄດ້ຈັດຕັ້ງການປະຊຸມຂ່າວປະກາດຄຳສັ່ງຂອງປະທານປະເທດກ່ຽວກັບການປະກາດ ກົດໝາຍ 4 ສະບັບ, ລັດຖະບັນຍັດ 1 ສະບັບ

ບັນດາຜູ້ແທນເຂົ້າຮ່ວມການປະຊຸມຂ່າວ ພາບ:cand.com.vn (vovworld)- ຕອນເຊົ້າວັນທີ 5/7 ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດໄດ້ຈັດຕັ້ງການປະຊຸມຂ່າວປະກາດຄຳສັ່ງຂອງປະທານປະເທດກ່ຽວກັບການປະກາດ ກົດໝາຍ 4 ສະບັບ, ລັດຖະບັນຍັດ 1 ສະບັບ ທີ່ຫາກໍ່ໄດ້ຮັບການຮອງເອົາຈາກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄຫມສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 13. ຕາມນັ້ນແລ້ວ, ຄຳສັ່ງຂອງປະທານປະເທດປະກາດໃຊ້ກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍວິທະຍາສາດເຕັກໂນໂລຊີ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພທຳມະຊາດ; ກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ລັດຖະບັດຍັດປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດເງິນຕາຕ່າງປະເທດ. ຕອນບ່າຍວັນດຽວກັນ, ຫ້ອງວ່າການປະທານປະເທດສືບຕໍ່ປະກາດກົດໝາຍ 5 ສະບັບ ແລະ ມະຕິ 1 ສະບັບທີ່ຫາກໍ່ໄດ້ຮັບການຮັບຮອງເອົາ ນັ້ນແມ່ນ: ກົດໝາຍປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍລາຍຮັບວິສາຫະກິດ, ກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ, ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການພັກອາໄສ. ກົດໝາຍປັບປຸງເພີ່ມເຕີມມາດຕາ 170 ຂອງກົດໝາຍວ່າດ້ວຍວິສາຫະກິດ ແລະ ມະຕິຕໍ່ກຳນົດເວລານຳໃຊ້ທີ່ດິນປູກຕົ້ນໄມ້ປະຈຳປີ, ທີ່ດິນລ້ຽງແລະປູກສິນໃນນ້ຳ, ທີ່ດິນຜະລິດເກືອຂອງບັນດາຄອບຄົວ, ສ່ວນບຸກຄົນ
TAG
ກົດໝາຍ
Related






