ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການຮ່ວມມືລັດຖະສະພາ
02/04/2026 08:27
[VOVWORLD] - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງຈິ້ງດຶກຫ໋າຍ ສະເໜີນ ທ່ານ Michel Criaud ແລະ ບັນດາສະມາຊິກລັດຖະສະພາຊຸກຍູ້ການຮ່ວມມືສອງຝ່າຍສົມຫັບຂອບຂະໜາດຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Đại sứ Việt Nam Trịnh Đức Hải và Chủ tịch Nhóm Nghị sĩ hữu nghị Pháp - Việt Nam Michel Criaud (hàng đầu, thứ ba từ phái sang). Ảnh: TTXVN ທ່ານ ຈິງດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ແລະ ທ່ານ Michel Criaud ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ (ພາບ:TTXVN) ຕອນບ່າຍວັນທີ 1 ເມສາ, ຢູ່ສຳນັກງານສະພາແຫ່ງຊາດ ຝລັ່ງ, ທ່ານ ຈິ້ງຮ່ວາຍດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ເຮັດວຽກກັບທ່ານ Michel Criaud ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ ພ້ອມກັບບັນດາສະມາຊິກຂອງກຸ່ມ. ການພົບປະເພື່ອແນໃສ່ປັບປຸງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ການຮ່ວມມືມິດຕະພາບລັດຖະສະພາສອງປະເທດເລິກເຊິ່ງກວ່າອີກ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງຈິ້ງດຶກຫ໋າຍສະເໜີນ ທ່ານ Michel Criaud ແລະ ບັນດາສະມາຊິກລັດຖະສະພາຊຸກຍູ້ການຮ່ວມມືສອງຝ່າຍສົມຫັບຂອບຂະໜາດຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ພ້ອມທັງມີການກະທົບເພື່ອໃຫ້ລັດຖະສະພາຝລັ່ງ ແລະ ບັນດາປະເທດ ສະຫະພາບເອີລົບ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ. ສ່ວນທ່ານປະທານ Michel Criaud ແລະ ບັນດສະມາຊິກຢັ້ງຢືນວ່າ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມຈະແມ່ນແກ່ນສານທີ່ຕັ້ງໜ້າ, ຊຸກຍູ້ບັນດາໂຄງການດຳເນີນງານທີ່ມີຜົນປະໂຫຍດໃຫ້ແກ່ການພົວພັນສອງປະເທດ ແລະ ໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ.
TAG
VOV/VOVWORLD/ຝລັ່ງ/ຫວຽດນາມ/ການພົວພັນ
Related





