ຫວຽດນາມ ເພີ່ມທະວີການຮ່ວມມືກັບ UNDP, WHO ໃນການປັບປຸງຄຸນນະພາບອາກາດ
11/03/2026 10:49
(VOVWORLD) - ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ.

ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ຫວຽດນາມ (ພາບ: VGP)
TAG
VOV/VOVworld/ຫວຽດນາມ/UNDP/WHO/ອາກາດ/ຄຸນນະພາບ
Related






