ຫວຽດນາມ - ອາເຊຣີ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ
09/01/2014 11:42
(vovworld)- ຕອນບ່າຍວັນທີ 9/1, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບ ທ່ານ Amara Benyounes

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Amara Benyounes ລັດຖະມົນຕີກະຊວງພັດທະນາອຸດສາຫະກຳ ແລະ ສົ່ງເສີມການລົງທຶນ ອາເຊຣີ (ພາບ: baodientuchinhphu) (vovworld)- ຕອນບ່າຍວັນທີ 9/1, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Amara Benyounes ລັດຖະມົນຕີກະຊວງພັດທະນາອຸດສາຫະກຳ ແລະ ສົ່ງເສີມການລົງທຶນ ອາເຊຣີ, ປະທານກຳມາທິການ ອາເຊຣີ ໃນຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ອາເຊຣີ ຊຶ່ງໄດ້ມາເຂົ້າຮ່ວມກອງປະຊຸມຄັ້ງທີ10ຂອງ ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ອາເຊຣີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ ຫວຽດນາມ ຫວັງເພີ່ມທະວີ ແລະ ຊຸກຍູ້ການຮ່ວມມືກັບອາເຊຣີໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ. ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີໃຫ້ 2 ປະເທດຍູ້ແຮງການເຄື່ອນໄຫວແລກປ່ຽນບັນດາຄະນະຜູ້ແທນ, ຊຸກຍູ້ການຮ່ວມມືລົງທຶນ, ການຄ້າ, ພະລັງງານ, ແຮງງານ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຍັງຫວັງວ່າ 2 ຝ່າຍຈົ່ງສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາເວທີ ປາໄສສາກົນ ແລະ ພາກພື້ນ.
TAG
vov/vovworld/ຫວຽດນາມ - ອາເຊຣີ
Related






